ຕົວເຕັງຈະເປັນປະທານາທິບໍດີ ສ.ເກົາຫລີ ເລັ່ງຍ້າຍເມືອງຫລວງໃໝ່ ຖ້າຊະນະການເລືອກຕັ້ງ

ສໍານກຂ່າວຕ່າງປະເທດລາຍງານວ່າ: ທ່ານ ອີແຈມຢອງ ຕົວເຕັງຜູ້ສະໝັກຕໍາແໜ່ງປະທານາທິບໍດີຄົນໃໝ່ ເລັ່ງຍ້າຍເມືອງຫລວງໃນທາງພຶດຕິໄນ (De Facto) ອາດເລືອກ ເມືອງເຊຈອງ (Sejong City) ກາຍເປັນສູນກາງອໍານາດທາງການເມືອງແຫ່ງໃໝ່ແທນນະຄອນຫລວງເຊອຸນ ຖ້າທ່ານຊະນະການເລືອກຕັ້ງ.
ເມື່ອທຽບໃສ່ມະຫານະຄອນຂະໜາດໃຫຍ່ຂອງ ສ.ເກົາຫລີ, ເຊຈອງຍັງຖືວ່າເປັນເມືອງຂະໜາດນ້ອຍ ໂດຍເຊຈອງເປັນເມືອງທີ່ວາງແຜນສ້າງໃໝ່, ມີປະຊາກອນປະມານ 400,000 ຄົນ ຕັ້ງຢູ່ຫ່າງຈາກນະຄອນຫລວງເຊອຸນໄປທາງໃຕ້ປະມານ 100 ກິໂລແມັດ ແລະ ຍັງບໍ່ຕິດອັນດັບ 20 ເມືອງໃຫຍ່ສຸດຂອງປະເທດ, ແຕ່ຖ້າທ່ານ ອີແຈມຢອງ ຊະນະການເລືອກຕັ້ງ ດໍາລົງຕໍາແໜ່ງປະທານາທິບໍດີ ສ.ເກົາຫລີ ເຊຈອງອາດກາຍເປັນເມືອງຫລວງໂດຍພຶດຕິໄນຂອງປະເທດໃນບໍ່ຊ້າ.
ທ່ານ ອີແຈມຢອງ ໃຫ້ຄໍາໝັ້ນວ່າ: ທ່ານຈະຍ້າຍທໍານຽບປະທານາທິບໍດີ, ສະພານິຕິບັນຍັດ ແລະ ໜ່ວຍງານລັດຫລາຍແຫ່ງໄປເຊຈອງ ເພື່ອເດີນໜ້າສ້າງເມືອງຫລວງທາງການປົກຄອງແຫ່ງໃໝ່ ພ້ອມຊຸກຍູ້ໃຫ້ເມືອງແດຈອນ (Daejeon City) ທີ່ຕັ້ງຢູ່ໃກ້ຄຽງເປັນສູນກາງວິທະຍາສາດລະດັບໂລກ.
ເມືອງເຊຈອງຖືກເລັ່ງໃຫ້ເປັນເມືອງຫລວງແຫ່ງໃໝ່ນັບແຕ່ປີ 2003 ໃນສະໄໝຂອງອະດີດປະທານາທິບໍດີ ໂຣມູຢອນ ເຊິ່ງເຊື່ອວ່າການຍ້າຍເມືອງຫລວງຈະຊ່ວຍຫລຸດຄວາມແອອັດໃນນະຄອນຫລວງ ແລະ ສົ່ງເສີມການພັດທະນາໃນພາກພື້ນຕອນກາງຂອງປະເທດ, ແຕ່ຄວາມຕັ້ງໃຈຂອງອະດີດຜູ້ນໍາ ສ.ເກົາຫລີ ຕ້ອງຢຸດລົງໃນປີຕໍ່ມາ ເມື່ອສານລັດຖະທໍາມະນູນຕັດສິນໃຫ້ນະຄອນຫລວງເຊອຸນຍັງເປັນເມືອງຫລວງຂອງ ສ.ເກົາຫລີ ເຖິງວ່າສໍານັກງານນາຍົກລັດຖະມົນຕີ ແລະ ກະຊວງຕ່າງໆຫລາຍແຫ່ງຈະຍ້າຍໄປເຊຈອງໃນໄລຍະຫລາຍປີຜ່ານມາເພື່ອກະຈາຍອໍານາດ, ແຕ່ເຊອຸນຍັງເປັນສູນກາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາ.
ສ.ເກົາຫລີ ກຽມຈັດການເລືອກຕັ້ງປະທານາທິບໍດີໃນວັນທີ 3 ມິຖຸນານີ້ ໂດຍຜົນການເລືອກຕັ້ງຄັ້ງນີ້ອາດນໍາໄປສູ່ການແລກປ່ຽນຄັ້ງສໍາຄັນ ພາຍຫລັງ ສ.ເກົາຫລີ ຕິດຫລົ່ມທາງການເມືອງນັບແຕ່ທ່ານ ຢຸນຊອກຢໍ ອະດີດປະທານາທິບໍດີ ສ.ເກົາຫລີ ປະກາດໃຊ້ກົດໄອຍະການເສິກ ໃນທ້າຍປີ 2024.
ອ້າງອີງ:

