ອາເມລິກາຫລຸດເວລາກັກຕົວເຫລືອ 5 ວັນ ຖ້າຜູ້ຕິດເຊື້ອໂຄວິດບໍ່ມີອາການ ສັກວັກຊີນເຂັມກະຕຸ້ນແລ້ວບໍ່ຕ້ອງກັກຕົວ

ອາເມລິກາ ອອກມາດຕະການໃໝ່ ຫລຸດວັນກັກຕົວຜູ້ຕິດເຊື້ອໂຄວິດບໍ່ມີອາການເຫລືອ 5 ວັນ ຈາກນັ້ນບັງຄັບໃສ່ຜ້າປິດປາກ-ດັງ, ສ່ວນຄົນທີ່ສັກກະຕຸ້ນເຂັມ 3 ແລ້ວຕິດໂຄວິດ ຂໍພຽງໃສ່ຜ້າປິດປາກ-ດັງບໍ່ຕ້ອງກັກຕົວ ຫວັງປັບສົມດຸນໃຫ້ປະຊາຊົນຢູ່ກັບໂຄວິດຕາມຂໍ້ມູນວິທະຍາສາດ.

ວັນທີ 28 ທັນວາ 2021, ສູນປ້ອງກັນ ແລະ ຄວບຄຸມພະຍາດອາເມລິກາ (CDC) ອອກຂໍ້ແນະນຳໃໝ່ ກ່ຽວກັບມາດຕະການກັກຕົວຂອງຜູ້ຕິດເຊື້ອໂຄວິດ-19 ໂດຍເປັນການຫລຸດໄລຍະເວລາກັກຕົວໃນກຸ່ມຜູ້ຕິດເຊື້ອທີ່ບໍ່ສະແດງອາການ ຈາກທີ່ຕ້ອງກັກຕົວ 10 ວັນ ຫລຸດລົງເຫລືອ 5 ວັນ ແຕ່ໄລຍະ 5 ວັນຫລັງພົ້ນໄລຍະກັກຕົວ ຜູ້ຕິດເຊື້ອຕ້ອງໃສ່ຜ້າປິດປາກ-ດັງຕະຫລອດເວລາເມື່ອໃຊ້ຊີວິດຮ່ວມກັບຄົນອື່ນ.

ຖະແຫລງການຈາກສູນປ້ອງກັນ ແລະ ຄວບຄຸມພະຍາດອາເມລິກາ ຢືນຢັນວ່າ: ການປັບມາດຕະການກັກຕົວດັ່ງກ່າວພິຈາລະນາໂດຍຄຳນຶງເຖິງຫລັກວິທະຍາສາດທີ່ຊີ້ວ່າ: ຜູ້ຕິດເຊື້ອໂຄວິດ-19 ມີທ່າອ່ຽງແພ່ເຊື້ອໃນໄລຍະ 1-2 ວັນກ່ອນມີອາການ ໄປຈົນເຖິງໄລຍະ 2-3 ວັນທີ່ເລີ່ມພົບອາການແລ້ວ. ດັ່ງນັ້ນ ໄລຍະເວລາກັກຕົວ 5 ວັນສຳລັບຜູ້ຕິດເຊື້ອໂຄວິດແບບບໍ່ມີອາການ ແລະ ການໃສ່ຜ້າປິດປາກ-ດັງຫລັງຈາກນັ້ນ ຊ່ວຍຫລຸດຄວາມສ່ຽງແພ່ເຊື້ອໂຄວິດໄດ້.

ນອກຈາກນີ້, ທາງການອາເມລິກາຍັງເປີດທາງໃຫ້ຜູ້ຕິດເຊື້ອໂຄວິດທີ່ສັກວັກຊີນເຂັມທີ 3 ເປັນເຂັມກະຕຸ້ນຮຽບຮ້ອຍແລ້ວບໍ່ຈຳເປັນຕ້ອງກັກຕົວ, ແຕ່ຕ້ອງໃສ່ຜ້າປິດປາກ-ດັງຕະຫລອດເວລາທີ່ຢູ່ຮ່ວມກັບຜູ້ອື່ນເປັນເວລາ 10 ວັນແທນ.

ດຣ. ໂຣເຊລ ວາເລນສກີ ຜູ້ອຳນວຍການສູນປ້ອງກັນ ແລະ ຄວບຄຸມພະຍາດອາເມລິກາ ຊີ້ວ່າ: ມາດຕະການຂອງທາງສູນພະຍາຍາມສ້າງສົມດຸນລະຫວ່າງການປ້ອງກັນການລະບາດຂອງໂຄວິດ-19 ສາຍພັນໂອມິຄຣອນທີ່ມີທ່າອ່ຽງແພ່ເຊື້ອໄວ ຄຽງຄູ່ໄປກັບການສ້າງຄວາມໝັ້ນໃຈໃນການໃຊ້ຊີວິດປະຈຳວັນຂອງຊາວອາເມລິກາ ກ່ອນຈະແນະນຳໃຫ້ຊາວອາເມລິກາເຂົ້າຮັບວັກຊີນເຂັມກະຕຸ້ນ, ໃສ່ຜ້າປິດປາກ-ດັງໃນພື້ນທີ່ສາທາລະນະ ຫລື ໃນພື້ນທີ່ມີການລະບາດໜັກ ລວມທັງກວດຫາເຊື້ອໂຄວິດກ່ອນການເຂົ້າຮ່ວມກິດຈະກຳກັບຄົນຈຳນວນຫລາຍ.

ທາງການອາເມລິກາ ຢືນຢັນວ່າ: ຈາກຂໍ້ມູນຂອງອາຟຣິກາໃຕ້ ແລະ ອັງກິດ ຜູ້ທີ່ສັກວັກຊີນປ້ອງກັນໂຄວິດຊະນິດ mRNA ຄົບ 2 ເຂັມ ຈະມີປະສິດທິພາບຕ້ານໂຄວິດສາຍພັນໂອມິຄຣອນໄດ້ 35%. ເຖິງຢ່າງໃດກໍຕາມ, ຖ້າສັກວັກຊີນເຂັມທີ 3 ປະສິດທິພາບປ້ອງກັນການຕິດເຊື້ອຈະເພີ່ມຂຶ້ນເປັນ 75% ອີກທັງວັກຊີນຍັງມີປະສິດທິພາບປ້ອງກັນການເຂົ້າໂຮງໝໍ ແລະ ການເສຍຊີວິດໄດ້ນຳ.

ປັດຈຸບັນໄວຣັສໂຄວິດສາຍພັນໂອມິຄຣອນ ເປັນສາຍພັນຕົ້ນຕໍທີ່ລະບາດໃນອາເມລິກາ ໂດຍມີຈຳນວນຜູ້ຕິດເຊື້ອໃໝ່ໃນອາເມລິກາ 200.000 ຄົນໃນໄລຍະ 2 ວັນຜ່ານມາ ທ່າມກາງຄວາມກັງວົນວ່າ: ຈຳນວນຜູ້ຕິດເຊື້ອທີ່ເພີ່ມສູງຂຶ້ນອາດສົ່ງຜົນຕໍ່ລະບົບປິ່ນປົວຢູ່ໂຮງໝໍໃນມໍ່ໆນີ້. ນອກຈາກນີ້ ອາເມລິກາຍັງກຳລັງປະສົບບັນຫາຊຸດກວດໂຄວິດບໍ່ພຽງພໍນຳອີກ.

ອ້າງອີງ:

https://www.cdc.gov/…/s1227-isolation-quarantine…

https://www.bbc.com/news/world-us-canada-59806040