ຈີນຍົກລະດັບການຮ່ວມມືຫລາຍດ້ານກັບອິນໂດເນເຊຍ ເປັນແບບຢ່າງປະເທດກໍາລັງພັດທະນາຂະໜາດໃຫຍ່

           ວັນທີ 24 ພຶດສະພາ, ທ່ານ ຫລີ່ ສຽງ ນາຍົກລັດຖະມົນຕີຈີນ ກ່າວເປັນລາຍລັກອັກສອນໃນໂອກາດເດີນທາງຢ້ຽມຢາມອິນໂດເນເຊຍຢ່າງເປັນທາງການວ່າ: ຈີນ ແລະ ອິນໂດເນເຊຍໄດ້ກາຍເປັນ “ແບບຢ່າງ” ຂອງປະເທດກໍາລັງພັດທະນາຂະໜາດໃຫຍ່ທີ່ຮ່ວມກໍາລັງກັນຢ່າງແໜ້ນແຟ້ນ ທັງໃນດ້ານການເປັນໜຶ່ງດຽວ, ການພັດທະນາ ແລະ ການຮ່ວມມືທີ່ໄດ້ຜົນປະໂຫຍດຮ່ວມກັນ.

          ທ່ານ ຫລີ່ ສຽງ ເດີນທາງຢ້ຽມຢາມອິນໂດເນເຊຍ ຕາມຄໍາເຊີນຂອງປະທານາທິບໍດີ ປຣາໂບໂວ ຊູບຽນໂຕ. ພ້ອມເນັ້ນວ່າ: ຈີນ ແລະ ອິນໂດເນເຊຍ ເປັນປະເທດມິດ, ເປັນປະເທດໃກ້ຄຽງທີ່ມີພຽງທະເລກັ້ນກາງ ແລະ ເປັນຫຸ້ນສ່ວນໃກ້ຊິດທີ່ມີອະນາຄົດຮ່ວມກັນ ໂດຍປີນີ້ຍັງຖືເປັນວາລະຄົບຮອບ 75 ປີແຫ່ງການສະຖາປະນາການພົວພັນທາງການທູດ ເຊິ່ງໄລຍະເວລາຜ່ານມາ ການຮ່ວມມືທະວີພາຄີໄດ້ພັດທະນາຢ່າງໝັ້ນຄົງຕໍ່ເນື່ອງ ແລະ ການພົວພັນລະຫວ່າງສອງປະເທດແໜ້ນແຟ້ນຂຶ້ນຕາມໄລຍະເວລາ.

        ນາຍົກລັດຖະມົນຕີຈີນຍັງກ່າວເຖິງການພົບປະຫາລືສອງຄັ້ງໃນປີຜ່ານມາ ລະຫວ່າງປະທານປະເທດ ສີ ຈິ້ນຜິງ ແລະ ປະທານາທິບໍດີ ປຣາໂບໂວ ເຊິ່ງໄດ້ບັນລຸມະຕິສໍາຄັນໃນການຮ່ວມກັນສ້າງ “ປະຊາຄົມ ຈີນ-ອິນໂດເນເຊຍ ທີ່ມີອະນາຄົດຮ່ວມກັນ” ເຊິ່ງມີຄວາມສໍາຄັນໃນລະດັບພາກພື້ນ ແລ ລະດັບໂລກ ແລະ ຍັງເປັນໂອກາດເປີດປະຕູສູ່ການຮ່ວມມືທີ່ເລິກຊຶ້ງຍິ່ງຂຶ້​ນໃນຫລາຍສາຂາ.

          ທ່ານ ຫລີ່ ສຽງ ລະບຸວ່າ: ຈີນພ້ອມເດີນໜ້າຮ່ວມມືກັບອິນໂດເນເຊຍຕໍ່ເນື່ອງ ໂດຍເນັ້ນການສົ່ງເສີ “ຫ້າເສົາຫລັກ” ໄດ້ແກ່:

  1. ການຮ່ວມມືດ້ານການເມືອງ
  2. ການຮ່ວມມືທາງເສດຖະກິດ
  3. ການແລກປ່ຽນວັດທະນະທໍາ ແລະ ປະຊາຊົນ
  4. ການຮ່ວມມືດ້ານກິດຈະການທາງທະເລ
  5. ຄວາມໝັ້ນຄົງ ແລະ ສະຖຽນລະພາບ

        ນອກຈາກນີ້, ທ່ານ ຫລີ່ ສຽງ ຍັງຮຽກຮ້ອງໃຫ້ສອງປະເທດຮ່ວມກັນສົ່ງເສີມປະຊາຄົມທີ່ມີອະນາຄົດຮ່ວມກັນ, ເດີນໜ້າສູ່ການພັດທະນາສະໄໝໃໝ່ ແລະ ຮ່ວມກັນສ້າງຄວາມສໍາຄັນຕໍ່ສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ໂລກ.

        ໃນຖະແຫລງການດຽວກັນ, ທ່ານ ຫລີ່ ສຽງ ຍັງຊີ້ໃຫ້ເຫັນເຖິງວາລະຄົບຮອບ 70 ປີຂອງກອງປະຊຸມບັນດຸງ ໂດຍເນັ້ນວ່າ: “ຈິດວິນຍານແຫ່ງບັນດຸງ” ເຊິ່ງເນັ້ນຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດກໍາລັງພັດທະນາ ໄດ້ກາຍເປັນບັນທັດຖານສໍາຄັນຂອງການພົວພັນລະຫວ່າງປະເທດ ແລະ ເປັນແຮງຊຸກຍູ້ໃຫ້ເກີດການອາໄສຕົນເອງຂອງປະເທດໃນອາຊີ ແລະ ອາຟຣິກາ ລວມທັງເປັນຮາກຖານຂອງການຮ່ວມມືໃນກຸ່ມປະເທດໂລກໃຕ້ (Global South).