ທຣຳ ຂູ່ ຈະຖອນຕົວອອກຈາກອົງການການຄ້າໂລກ

ຮຽບຮຽງໂດຍ: ລູກເມືອງພວນ

ວັນທີ 13 ສິງຫານີ້, ປະທານາທິບໍດີສະຫະລັດຖະແຫຼງວ່າ: ຈະຖອນຕົວອອກຈາກອົງການຈັດຕັ້ງການຄ້າໂລກ(WTO) ຖ້າສະພາບການຫາກບໍ່ໄດ້ຮັບການປັບປຸງ.

“ ພວກເຮົາຈະຖອນຕົວຖ້າຫາກມີຄວາມຈຳເປັນ” ປະທານາທິບໍດີສະຫະລັດ ດໍໂນທຣຳກ່າວຕໍ່ໜ້າມວນ ຊົນທີ່ໃຫ້ການສະໜັບສະໜູນທ່ານຢູ່ໃນໂຮງງານສານເຄມີ Pennsylvania. “ພວກເຮົາເຂົ້າໃຈດີຕໍ່ອົງການ ການຄ້າໂລກ(WTO) ໄດ້ ສ້າງຄວາມຫຍຸ້ງຍາກໃຫ້ແກ່ສະຫະລັດ ຕະຫຼອດໄລຍະ ຫຼາຍປີຜ່ານມາ ແລະ ບັນຫາ ດັ່ງກ່າວຈະບໍ່ເກີດຂຶ້ນອີກ”

ກ່ອນໜ້ານີ້, ທຣຳ ເຄີຍປະທະກັບ WTO ຫຼາຍເທື່ອ ແລ້ວ ແລະ ຂູ່ວ່າ ຈະຖອນຕົວອອກຈາກການຈັດຕັ້ງດັ່ງ ກ່າວ ຍ້ອນວ່າ ສະຫະລັດບໍ່ໄດ້ຮັບຄວາມເປັນທຳ ແລະ ເວົ້າ ວ່າ: ສະຫະລັດບໍ່ຈຳເປັນທີ່ ຈະປະຕິບັດຕາມຂໍ້ກຳນົດ ຂອງ WTO. ປີກາຍນີ້, ທຣຳ ເອີ້ນ ການຈັດຕັ້ງ WTO ວ່າ: “ ການຈັດຕັ້ງຫາຍຍະນະ”

ເຈົ້າທຳນຽບຂາວ ໄດ້ ອອກໜ້າອອກຕາຕິຕຽນ  WTO ວ່າ: ໃຫ້ບູລິມະສິດແກ່ຈີນໃນເວລາເຂົ້າຮ່ວມອົງການດັ່ງກ່າວ, ກ່າວຫາວ່າປັກ ກິງມີພຶດຕິກຳລັກເອົາເທັກ ໂນໂລຊີຂອງສະຫະລັດ. ໃນຄວາມຈິງແລ້ວ, ສະຫະລັດ ໄດ້ຮັບນະໂຍບາຍຈາກ WTO ຫຼາຍເທື່ອໃນລະຂໍ້ ຂັດແຍ່ງການຄ້າກັບຈີນ.

ໃນເມື່ອຮຽກຮ້ອງໃຫ້ ມີການປັບປຸງຢູ່ນັ້ນ, ອຳ ນາດການປົກຄອງຂອງລັດຖະບານ ທຣຳ ຊໍ້າພັດເຮັດໃຫ້ WTO ເປັນອຳມະພາດ. ວໍຊິງຕັນໄດ້ກີດຂວາງການ ແຕ່ງຕັ້ງບົ່ງຕົວສະມາຊິກໃໝ່ເຂົ້າໃນອົງການດັ່ງກ່າວເພື່ອແກ້ໄຂບັນຫາຂໍ້ຂັດແຍ່ງ ຂອງ WTO, ເກືອບເຮັດ ໃຫ້ອົງການດັ່ງກ່າວບໍ່ສາມາດເຄື່ອນໄຫວໄດ້.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ