ຕັ້ງລາງວັນນຳຈັບ 50 ລ້ານກີບ ຜົວໂຫດ ຂໍຄືນດີເມຍບໍ່ສຳເລັດ ລົງມືຄາຕະກຳເມຍ ແລ້ວຫລົບໜີ

ຂ່າວໜງສືພິມຄວາມສະຫງົບ ລາຍງານວ່າ: ວັນທີ 21 ພຶດສະພາ 2025  ມີເຫດການຄາຕະກໍາຢູ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ ຊື່ ນາງ ອືທ່າວ ອາຍຸ 29 ປີ (ເປັນເມຍຜູ້ກ່ໍ່ເຫດ) ສ່ວນຜູ້ກໍ່ເຫດຊື່ທ້າວ ເຢັ້ງລໍ່ ອາຍຸ 48 ປີ ບ່ອນຢູ່ບໍ່ທັນຮູ້ແນ່ນອນ ບັດປະຈຳຕົວຜູ້ກ່ຽວ ອອກຢູ່ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ ໂດຍໃຊ້ປືນສັ້ນບໍ່ຮູ້ຊະນິດ. ພາຍຫຼັງທີ່ກໍ່ເຫດແລ້ວ ທ້າວເຢັ້ງລໍ່ ໄດ້ຂັບລົດຈັກ ຄລິກໄອສີດຳ ມຸ່ງໜ້າມາທາງຂົວບ້ານສົມສະໄໝ (ເຊິ່ງປັດຈຸບັນຍັງຈັບຕົວບໍ່ທັນໄດ້).  ເຈົ້າໜ້າທີ່ເລັ່ງນຳຊອກຈັບໂຕຜູ້ກໍ່ເຫດມາສືບສວນ-ສອບສວນ ເພື່ອລົງໂທດຕາມກົດໝາຍ.

ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໃຫ້ຂໍ້ມູນ ວ່າ: ຜູ້ເສຍຊີວິດ ກັບຜູ້ກໍ່ເຫດເປັນຜົວເມຍກັນ ແລະ ຜິດຖຽງກັນມາກ່ອນ, ຄັ້ງນີ້ຜູ້ເປັນຜົວໄດ້ນຳມາຫາເມຍຢູ່ບ້ານສົມສະໄໝ ເພື່ອຮ້ອງຂໍໃຫ້ເມຍກັບຄືນເມືອນຳຜົວ ແຕ່ເມຍບໍ່ຍອມໄປນຳ ຈຶ່ງເຮັດໃຫ້ຄຽດແຄ້ນ ລົງມືຄາຕະກຳໃນຄັ້ງນີ້ຂຶ້ນ. ຜ່ານມາຜູ້ກໍ່ເຫດເຄີຍຖືກກັກໂຕໃນຂໍ້ຫາທຳຮ້າຍຮ່າງກາຍ.

ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໄດ້ໂພສເຟສບຸກ ຈະໃຫ້ລາງວັນນຳຈັບຜູ້ກໍ່ເຫດ ເປັນຈຳນວນເງິນ 50 ລ້ານກີບ, ໃຜພົບເຫັນຜູ້ຖືກສົງໄສ ຮີບຮ້ອນແຈ້ງຂໍ້ມູນຕໍ່ເຈົ້າໜ້າທີ່ໂດຍດ່ວນ.