ເຜີຍແຜ່ເອກະສານການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຂະແໜງການເງິນໃຫ້ 4 ແຂວງພາກເໜືອ

ໃນທ້າຍອາທິດຜ່ານມານີ້ ກະຊວງການເງິນໄດ້ຈັດກອງປະ ຊຸມເຊື່ອມຊຶມເອກະສານກ່ຽວກັບການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງຂະແໜງການເງິນໃຫ້ 4 ແຂວງພາກເໜືອຄື: ແຂວງ ຫລວງພະບາງ, ໄຊຍະບູລີ, ຊຽງ ຂວາງ ແລະ ແຂວງຫົວພັນ, ຂຶ້ນ ຢູ່ຫ້ອງວ່າການປົກຄອງແຂວງ ຫລວງພະບາງ, ໂດຍການເປັນ ປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການເງິນ.

 

+ ລາວເຜີຍແຜ່ນິຕິກຳວ່າດ້ວຍການຫັກອາກອນລາຍໄດ້

+ ກຳມາທິການກົດໝາຍສະຫລຸບການເຄື່ອນໄຫວວຽກງານ

ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການ ເງິນໄດ້ຂຶ້ນຜ່ານເອກະສານຈໍາ ນວນ 4 ສະບັບກ່ຽວກັບການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງການເງິນ ແລະ ສາມ ຂະແໜງສາຍຕັ້ງພາສີ, ສ່ວຍ ສາອາກອນ ແລະ ຄັງເງິນແຫ່ງ ຊາດ, ພ້ອມທັງຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນໃສ່ 3 ຮ່າງ ຂໍ້ຕົກລົງຂອງກະຊວງການ ເງິນ ຄື: ຮ່າງຄໍາແນະນໍາກ່ຽວ ກັບ ການແບ່ງຄວາມຮັບຜິດຊອບ, ກົນໄກການ ປະສານສົມທົບລະ ຫວ່າງກະຊວງການເງິນ ແລະ ອົງການປົກຄອງທ້ອງຖິ່ນ, ຮ່າງ ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງພະແນກການ ເງິນ ແຂວງ ແລະ ນະຄອນຫລວງ ວຽງຈັນ, ຮ່າງການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ການເງິນເມືອງ, ເທສະບານ, ນະຄອນເພື່ອເປັນບ່ອນອີງໃນ ການປັບປຸງບັນດາ ນິຕິກໍາດັ່ງກ່າວໃຫ້ຮັບປະກັນເປັນເຄື່ອງມືທີ່ ສໍາຄັນໃນການ ຄຸ້ມຄອງການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

ໂອກາດນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ມີຄຳເຫັນວ່າ: ກອງປະຊຸມດັ່ງ ກ່າວມີຄວາມສຳຄັນຫລາຍ ຂອງຂະແໜງການເງິນ, ຍ້ອນ ວ່າບັນດາພະແນກການທີ່ກ່ຽວ ຂ້ອງໄດ້ປະກອບຄຳຄິດຄຳເຫັນ ເພື່ອເປັນບ່ອນອີງໃນການປັບ ປຸງນິຕິກຳຂອງຂະແໜງການ ເງິນທີ່ເປັນເຄື່ອງມືໃຫ້ແກ່ການ ຄຸ້ມຄອງວຽກງານການເງິນ, ງົບປະມານແຫ່ງລັດ, ການຈັດ ຕັ້ງແຜນງົບປະມານແຫ່ງລັດ ໃຫ້ມີປະສິດທິພາບ, ໂດຍອີງ ຕາມການປັບປຸງກົດໝາຍສຳ ຄັນຈຳນວນໜຶ່ງເຊັ່ນ: ກົດໝາຍ ວ່າດ້ວຍລັດຖະບານ, ກົດໝາຍ ວ່າດ້ວຍການ ປົກຄອງທ້ອງຖິ່ນ, ກົດໝາຍວ່າ ດ້ວຍຂະແໜງການ ເງິນ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ, ເຊິ່ງຄະນະຮັບຜິດ ຊອບການປັບປຸງດັ່ງກ່າວຈະໄດ້ ສັງລວມບັນດາຄວາມຄິດເຫັນ ເພື່ອຄົ້ນຄວ້າປັບປຸງສະເໜີຕໍ່ຂັ້ນ ເທິງເພື່ອຮັບຮອງໃນການຈັດ ຕັ້ງປະຕິບັດ.