ຫາລືການແກ້ໄຂປະກົດການຫຍໍ້ທໍ້ທີ່ເຄັ່ງຮ້ອນໃນສັງຄົມ

ວັນທີ 16 ພຶດສະພາ 2025 ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບການ ຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ທີ່ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ທີ່ເປັນບັນຫາເຄັ່ງຮ້ອນໃນສັງຄົມ ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີປະທານ-ຮອງປະທານກໍາມາທິການຂອງ ສພຊ, ຮອງລັດຖະມົນຕີຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຜູ້ຕາງໜ້າຂອງສະມາພັນຄວບຄຸມຢາສູບອາຊຽນ ເຂົ້າຮ່ວມ.

ທ່ານ ຄຳໃບ ດໍາລັດ ໄດ້ມີຄໍາເຫັນກ່າວເປີດວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ ແລະ ປຶກສາຫາລືຮ່ວມກັນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ ທີ່ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ ແລະ ບັນຫາທີ່ພົ້ນເດັ່ນ ເປັນຕົ້ນ:

– ບັນຫາຢາສູບໄຟຟ້າ ແລະ ຄໍລາເຈນ ເຖິງວ່າຈະມີກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງແລ້ວ ແຕ່ການສະກັດກັ້ນ, ຄວບຄຸມການນຳເຂົ້າ, ການຈຳໜ່າຍ ແລະ ການນຳໃຊ້ຢາສູບໄຟຟ້າ, ຄໍລາເຈນ ທີ່ມີສານເສບຕິດ ຍັງເປັນບັນຫາທີ່ໜ້າເປັນຫ່ວງ ລວມທັງປະສິດທິຜົນຂອງການບັງຄັບໃຊ້ກົດໝາຍ, ການກວດກາຄຸນນະພາບ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຜູ້ບໍລິໂພກ ຍັງບໍ່ເຂັ້ມງວດເທົ່າທີ່ຄວນ.

– ການຄຸ້ມຄອງສື່ສັງຄົມອອນລາຍ ຍັງມີສິ່ງທ້າທາຍໃນການຄຸ້ມຄອງເນື້ອຫາທີ່ບໍ່ເໝາະສົມ, ເກີດມີຂ່າວປອມ ແລະ ຜົນກະທົບທາງລົບຕໍ່ສັງຄົມ, ກົນໄກການຄຸ້ມຄອງ, ການຮ່ວມມືກັບຜູ້ໃຫ້ບໍລິການ ແລະ ການສ້າງຄວາມຮູ້ເທົ່າທັນ ໃຫ້ແກ່ປະຊາຊົນ ຍັງບໍ່ກົມກຽວກັນເທົ່າທີ່ຄວນ.

– ບັນຫາການມົ້ວສຸມຢູ່ສະຖານບັນເທີງ ຊຶ່ງການຈັດຕັ້ງປະຕິບັດລະບຽບການຄຸ້ມຄອງສະຖານບັນເທີງ ແລະ ມາດຕະການລົງໂທດຕໍ່ຜູ້ລະເມີດ ຍັງບໍ່ເຂັ້ມງວດເທົ່າທີ່ຄວນ.

– ບັນຫາອຸບັດເຫດຕາມທ້ອງຖະໜົນ, ເຖິງແມ່ນວ່າຈະມີກົດໝາຍ ແລະ ມາດຕະການຕ່າງໆ, ແຕ່ອຸບັດເຫດຕາມທ້ອງຖະໜົນ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ສ້າງຄວາມສູນເສຍຢ່າງຫຼວງຫຼາຍ.

– ການເພີ່ມຂຶ້ນຂອງອັດຕາການຕິດເຊື້ອໄວຣັດພູມຄຸ້ມກັນບັກຜ່ອງຂອງມະນຸດ (HIV), ເຖິງວ່າຈະມີຄວາມພະຍາຍາມໃນການປ້ອງກັນ ແລະ ຄວບຄຸມ, ແຕ່ສະຖິຕິການຕິດເຊື້ອໃນບາງກຸ່ມ ຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ອື່ນໆ. ບັນຫາທັງໝົດເຫຼົ່ານັ້ນ, ໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ກໍ່ໃຫ້ເກີດການສູນເສຍຊີວິດ, ຊັບສິນ ແລະ ມີຜົນກະທົບຕໍ່ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບຂອງຊາດ.

ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ ໄດ້ມີຄໍາເຫັນວ່າ: ຜ່ານການຕິດຕາມກວດກາຂອງສະພາແຫ່ງຊາດ, ການລາຍງານສ່ອງແສງຈາກບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ເປັນກຳມະ ການຂອງກຳມາທິການວັດທະນະທໍາ-ສັງຄົມ ໃນຂອບເຂດທົ່ວປະເທດ ບວກກັບການລາຍງານຂອງບັນດາຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຫັນວ່າຍັງມີດ້ານອ່ອນທີ່ເປັນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຈໍານວນໜຶ່ງ ທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງ, ແກ້ໄຂໃນຕໍ່ໜ້າ ເປັນຕົ້ນ:

– ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ, ກົດໝາຍວ່າດ້ວຍສິລະປະການສະແດງ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອພະຍາດ HIV, ກົດໝາຍວ່າດ້ວຍຢາເສບຕິດ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ອື່ນໆ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ສົ່ງຜົນກະທົບທາງລົບ ແລະ ກົດໜ່ວງຈັງຫວະການຂະຫຍາຍຕົວຂອງການພັດທະນາທາງດ້ານເສດຖະກິດ-ສັງຄົມ ກໍຄືການພັດທະນາຊັບພະຍາກອນມະນຸດຂອງຊາດ.

– ການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ຍັງບໍ່ເປັນປົກກະຕິ ແລະ ຕໍ່ເນື່ອງ.

– ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະ ແໜງ ການ ແລະ ພາກສ່ວນທີ່ກ່ຽວຂ້ອງ ບາງດ້ານ ຍັງບໍ່ທັນປະຕິບັດໄດ້ຕາມທີ່ກົດໝາຍກຳນົດໄວ້.

– ການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ລະຫວ່າງສູນກາງ ກັບ ທ້ອງຖິ່ນ, ລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຍັງມີຫຼາຍຂອດບໍ່ທັນຈະແຈ້ງ ແລະ ເປັນເອກະພາບກັນ.

– ການໂຄສະນາເຜີຍແຜ່ກົດໝາຍທີ່ຕິດພັນວຽກງານການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເຖິງວ່າໄດ້ມີຄວາມພະຍາຍາມເຮັດດ້ວຍຫຼາຍຮູບ, ຫຼາຍສີ ແລະ ຫຼາຍວິທີການແລ້ວກໍຕາມ ແຕ່ປະສິດທິພາບ, ປະສິດທິຜົນໃນການໂຄສະນາ ບໍ່ທັນສູງ, ບໍ່ທັນເລິກເຊິ່ງ, ຕໍ່ເນື່ອງ, ກວ້າງຂວາງ ແລະ ທົ່ວເຖິງ, ຍັງມີລັກສະນະແບບລວມໆ, ບໍ່ທັນລົງເລິກອະທິບາຍ, ສ້າງຄວາມເຂົ້າໃຈໄດ້ຢ່າງເລິກເຊິ່ງ ເຮັດໃຫ້ຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບກົດໝາຍດັ່ງກ່າວ, ສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຍັງບໍ່ທັນສູງ ລວມທັງການບັງຄັບໃຊ້ກົດໝາຍຕໍ່ຜູ້ລະເມີດ ກໍບໍ່ທັນເຂັ້ມງວດເທົ່າທີ່ຄວນ.

– ການຜັນຂະຫຍາຍບັນດາມາດຕາຂອງບາງກົດໝາຍທີ່ກໍານົດໃຫ້ມີລະບຽບການຕ່າງຫາກ ທີ່ກໍານົດໃນກົດໝາຍດັ່ງກ່າວ ຍັງຊັກຊ້າ ຫລື ມາດຕາທີ່ຜັນຂະຫຍາຍເປັນນິຕິກໍາໃຕ້ກົດໝາຍແລ້ວ, ແຕ່ການຈັດຕັ້ງປະຕິບັດກໍຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ.

– ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຄະນະພັກ, ຄະນະນໍາທຸກຂັ້ນ ໃນການບັນຊາ, ນໍາພາ-ຊີ້ນໍາ ໃນການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ຍັງບໍ່ທັນສູງເທົ່າທີ່ຄວນ.

– ການປະສານສົມທົບ ລະຫວ່າງບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນໂລ່ງລ່ຽນ, ກົມກຽວ ແລະ ເປັນລະບົບດີເທົ່າທີ່ຄວນ, ຍັງເຮັດພໍໃຜພໍລາວ ແລະ ມີສະພາບການຖິ້ມຄວາມຮັບຜິດຊອບໃຫ້ກັນ.

– ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຍັງບໍ່ໃຫ້ການຮ່ວມມື, ບໍ່ເອົາໃຈໃສ່ປະຕິບັດຕາມເນື້ອໃນກົດໝາຍກຳນົດ ແລະ ຍັງບໍ່ທັນມີການຕິດຕາມກວດກາ ເປັນປົກກະຕິ ແລະ ປະຕິບັດມາດຕະການແກ້ໄຂຢ່າງເຂັ້ມງວດ ເຮັດໃຫ້ມີສະພາບການລະເມີດກົດໝາຍຫລາຍ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບສິ່ງທ້າທາຍຂອງຢາສູບໄຟຟ້າ, ຄວາມຄືບໜ້າຂອງການຕໍ່ສັນຍາການລົງທຶນຂອງບໍລິສັດຜະລິດຢາສູບໃນ ສປປ ລາວ; ການຄຸ້ມຄອງການນໍາເຂົ້າ ແລະ ຈໍາໜ່າຍຢາສູບ ໂດຍສະເພາະຢາສູບໄຟຟ້າ, ຄໍລາເຈນ, ປຸ່ມເປົ້າ ທີ່ເປັນອັນຕະລາຍຕໍ່ສຸຂະພາບ; ການຄຸ້ມຄອງນໍາໃຊ້ຢາສູບໄຟຟ້າ, ຄໍລາເຈນ, ປຸ່ມເປົ້າ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ຢູ່ສະຖານການສຶກສາ; ການຄຸ້ມຄອງສະຖານບັນເທີງ ເປັນຕົ້ນ: ບັນຫາມົ້ວສຸມສິ່ງເສບຕິດ, ສິ່ງລາມົກອານາຈານ; ການຄຸ້ມຄອງສື່ສັງຄົມອອນລາຍ ທີ່ກະທົບຕໍ່ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ; ສະພາບການຕິດເຊື້ອ HIV ພະຍາດເອດ (AIDs); ສະພາບກ່ຽວກັບອຸປະຕິເຫດທາງທ້ອງຖະໜົນ.

ທີ່ມາ: ໜັງສືພິມ ປະຊາຊົນ