ການກວດກາການເກັບລາຍຮັບຈາກໂຄງການເຮັດໂຄງການທົດລອງຂຸດຄົ້ນ ແລະ ສົ່ງອອກແຮ່ຫາຢາກຍັງພົບຫລາຍບັນຫາຕ້ອງໄດ້ປັບປຸງແລະແກ້ໄຂ

ວັນທີ 7 ພະຈິກ 2023 ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ ( 2021-2025 ) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດກາ, ບົດລາຍງານຜົນການກວດກາ ຕາມຜົນການ ກວດສອບປີ 2021 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX.

ໃນຕອນໜຶ່ງ ທ່ານ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານກ່ຽວກັບການກວດກາເປົ້າໝາຍ ທີ່ຕິດພັນກັບວາລະແຫ່ງຊາດ ໂດຍສະເພາະກວດກາການເກັບລາຍຮັບຈາກໂຄງການເຮັດທົດລອງຂຸດຄົ້ນ ແລະ ສົ່ງອອກແຮ່ທາດ ຊຶ່ງລັດຖະບານໄດ້ຕົກລົງໃຫ້ຂຸດຄົ້ນ ແລະ ສົ່ງອອກແຮ່ທາດ (ແບບທົດລອງ) ແຕ່ປີ 2021 ຮອດ ວັນທີ 2 ພຶດສະພາ 2023 ຈຳນວນ 89 ບໍລິສັດເຊິ່ງໄດ້ກວດກາສຳເລັດ ຈໍານວນ 76 ບໍລິສັດ ໃນນີ້ ແຮ່ເຫຼັກ ຈໍານວນ 34 ບໍລິສັດ, ແຮ່ຄໍາຕົກຂ້ອນ 27 ບໍລິສັດ, ແຮ່ຄໍາເຄົ້າ 6 ບໍລິສັດ, ຫີນອ່ອນ (ມາ ໂບ້) 2 ບໍລິສັດ, ແຮ່ຫາຍາກ 7 ບໍລິສັດ; ໄດ້ມອບພັນທະໃຫ້ລັດຖະບານແລ້ວທັງໝົດ ຈຳນວນ 97,07 ລ້ານໂດລາສະຫະລັດ ແລະ 548,87 ຕື້ກີບ.

ນັບແຕ່ວັນທີ 2 ພຶດສະພາ 2023 ມາຮອດປັດຈຸບັນລັດຖະບານໄດ້ອະນຸຍາດເພີ່ມຕື່ມອີກ ຈໍານວນ 4 ບໍລິສັດ, ລວມທັງໝົດ ຈໍານວນ 93 ບໍລິສັດ.

ປະທານອົງການກວດກາແຫ່ງລັດ ໃຫ້ຮູ້ຕື່ມວ່າ: ຜ່ານການກວດກາບັນຫາທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂ ລວມມີ:

  1. ນິຕິກຳທີ່ເປັນບ່ອນອີງໃນການຂຸດຄົ້ນ ແລະສົ່ງອອກແຮ່ທາດໃນແຕ່ລະປະເພດ ຍັງມີເນື້ອໃນບໍ່ທັນຄົບຖ້ວນ, ຮັດກຸມ ແລະ ບາງປະເພດແຮ່ຍັງບໍ່ທັນໄດ້ກຳນົດອັດຕາຄ່າພັນທະໃຫ້ລັດ ເຊັ່ນ: ແຮ່ຫາຍາກ ແລະ ແຮ່ຕິດພັນອື່ນໆ; ໃນການພິຈາລະນາຕົກລົງໄດ້ຫຼຸດຂັ້ນຕອນຈາກ 9 ຂັ້ນຕອນ ເຫຼືອພຽງ 2 ຂັ້ນຕອນ ແຕ່ຍັງບໍ່ທັນມີມາດຕະການອື່ນໆ ທີ່ຮັດກຸມໃນການຕິດຕາມ-ຄຸ້ມຄອງການດຳ ເນີນການຂຸດຄົ້ນຕົວຈິງ, ຈຶ່ງບໍ່ສາມາດຮັບປະກັນຄວາມໂປ່ງໃສ, ທັງກາຍເປັນຊ່ອງຫວ່າງ ເປີດທາງໃນການຕົກລົງຂຸດຄົ້ນບາງແຮ່ທາດແບບສະຊາຍຈົນຄວບຄຸມບໍ່ໄດ້ສ້າງຜົນກະທົບໃຫຍ່ຫຼວງຕໍ່ ສິ່ງແວດລ້ອມ, ຟຸມເຟືອຍຊັບພະຍາກອນມີຄ່າຂອງຊາດ ແລະ ທີ່ສຳຄັນແມ່ນເປັນການຍາກທີ່ຈະກຳ ນົດໄດ້ເຖິງຜູ້ທີ່ມີຄວາມຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂື້ນ.
  2. ບັນດາບໍລິສັດທີ່ໄດ້ຮັບອະນຸຍາດສຳປະທານຂຸດຄົ້ນ ແລະ ສົ່ງອອກແຮ່ທາດ ຈໍານວນຫຼາຍ ພຽງແຕ່ອອກຊິເປັນຂອງຄົນລາວ ແຕ່ບໍລິສັດທີ່ເຮັດການລົງທຶນຂຸດຄົ້ນ ແລະ ສົ່ງອອກຕົວຈິງພັດແມ່ນ ບໍລິສັດຂອງຄົນຕ່າງປະເທດ ເຊິ່ງບໍ່ສາມາດກຳໄດ້ປະຫວັດເປັນມາ, ຄວາມສາມາດດ້ານການເງິນ ແລະ ເຕັກນິກ. ພ້ອມນັ້ນ, ຍ້ອນວ່າສ່ວນຫຼາຍໂຄງການທີ່ໄດ້ຮັບອະນຸຍາດຂຸດຄົ້ນບໍ່ມີບົດປະເມີນຜົນກະທົບ ສິ່ງແວດລ້ອມ-ສັງຄົມ, ບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະ ກິດ-ເຕັກນິກ, ແຜນປິດ-ເປີດບໍ່ ແລະ ອື່ນໆ, ຈຶ່ງເຮັດໃຫ້ລະບົບການຄຸ້ມຄອງ ແລະ ຄວາມຮັບຜິດຊອບຕໍ່ຜົນໄດ້-ຜົນເສຍຂອງແຕ່ລະໂຄງການເຮັດທົດລອງ ເກືອບວາບໍ່ສາມາດກວດກາກວດສອບໄດ້ຕາມກົດໝາຍ.
  3. ຕາມຂໍ້ມູນຈາກການກວດກາ ເຫັນວ່າການຕິດຊັ່ງນໍ້າໜັກແຮ່ທາດ ທີ່ເຄື່ອນຍ້າຍອອກຈາກປາກບໍ່ ແມ່ນບໍລິ ສັດຜູ້ສຳປະທານເປັນຜູ້ຮັບຜິດຊອບໃນການຕິດຊັ່ງ, ຄວບຄຸມທາງດ້ານເຕັກນິກ ສ່ວນຂະແໜງການເງິນ ແລະ ພະລັງງານ ແລະ ບໍ່ແຮ່ ແມ່ນພຽງແຕ່ຕິດຕາມເບິ່ງຕົວເລກການສັ່ງນໍ້າໜັກ ທີ່ຜູ້ຮັບເໝົາສົ່ງໃຫ້, ເຊິ່ງບໍ່ສາມາດ ແລະ ບໍ່ທັນຮັບປະກັນວ່ານໍ້າໜັກແຮ່ ທີ່ເຄື່ອນຍ້າຍອອກຖືກກັບຕົວຈິງ ຫຼື ບໍ່.
  4. ຜົນກະທົບດ້ານລົບ ໃນການເຮັດທົດລອງຂຸດຄົ້ນ ແລະ ສົ່ງອອກແຮ່ທາດ ໃນຄັ້ງນີ້ ໃນຕົວຈິງເກີດຂຶ້ນໜັກໜ່ວງກວ້າງຂວາງດ້ານເສດຖະກິດ-ສັງຄົມ ເຊັ່ນ: ການຂົນສົ່ງແຮເກີນນໍ້າໜັກ ເຮັດໃຫ້ເສັ້ນທາງເປ່ເພຫລາຍ, ເສຍຫາຍໜັກໜ່ວງ. ນອກຈາກນີ້, ເນື່ອງຈາກການຄຸ້ມຄອງບໍ່ທັນເຂັ້ມແຂງຮັດກຸມ ເຮັດໃຫ້ມີການລຸກລຸກໂດຍກົງ ຫຼື ສົ່ງຜົນກະທົບຕໍ່ປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ, ເນື້ອທີ່ທຳການຜະລິດຂອງປະຊາຊົນ, ປ່າໄມ້, ເຄື່ອງປ່າຂອງດົງ ແລະ ອື່ນໆ.
  5. ການສືບຕໍ່ອອກອານຸຍາດໃຫ້ 30 ບໍລິສັດ ພາຍຫຼັງມີການຊີ້ນຳຂອງຂັ້ນເທິງຕາມແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 69/ຫສພ, ລົງວັນທີ 15 ພະຈິກ 2022 ເຖິງລັດຖະບານ ຍັງບໍ່ມີການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາທີ່ຄົງຄ້າງ, ເຮັດໃຫ້ການປະຕິບັດມີລັກສະນະສວນທາງກັນເຮັດໃຫ້ສັງຄົມເກີດຄວາມສົງໃສ ແລະ ຫຼຸດຄວາມເຊື່ອໝັ້ນຕໍ່ລະບົບລວມໃນການນຳພາ-ຊີ້ນຳແກ້ໄຂບັນຫາທີ່ເກີດຂຶ້ນ.