ຫວຽດນາມ ປະກາດແຜນປະຕິຮູບການສຶກສາຫລຸດເວລາ ການຮຽນລະດັບປະລິນຍາຕີ ຈາກ 4 ປິ ເຫລືອ 3 ປີ

ສໍານັກຂ່າວ VNExpress ຫວຽດນາມ ລາຍງານວັນທີ 13 ພຶດສະພາ 2025, ມະຫາວິທະຍາໄລແຫ່ງຊາດຫວຽດນາມ (ຮ່າໂນ່ຍ) ປະກາດແຜນປະຕິຮູບການສຶກສາຄັ້ງສໍາຄັນ ໂດຍຈະປັບຫລຸດໄລຍະເວລາການຮຽນລະດັບປະລິນຍາຕີ ຈາກ 4 ປີ ໃຫ້ເຫລືອພຽງ 3 ປີ ແລະ ສໍາລັບນັກສຶກສາທີ່ມີຜົນການຮຽນດີເດັ່ນ ສາມາດສໍາເລັດການສຶກສາໄດ້ພາຍໃນ 2 ປີກັບ 5 ເດືອນ ໂດຍຈະເພີ່ມຈໍານວນພາກການສຶກສາຕໍ່ປີ, ນໍາໃຊ້ AI ເຂົ້າໃນການສຶກສາ ແລະ ປັບປຸງວິທີທາງການຮຽນຮູ້ຂອງນັກສຶກສາ.

ໂຄງສ້າງຫລັກສູດໃໝ່ຈະແບ່ງປີການສຶກສາອອກເປັນ 3 ໄລຍະ ເພື່ອໃຫ້ນັກສຶກສາສາມາດປັບແຜນການຮຽນ ໃຫ້ເໝາະສົມກັບຕົນເອງ ແລະ ສາມາດເລັ່ງ ຫລື ຜ່ອນການຮຽນຕາມຄວາມສາມາດ ແລະ ຄວາມຕ້ອງການຂອງແຕ່ລະບຸກຄົນ.

ສໍາລັບນັກສຶກສາທີ່ມີສັກກະຍະພາບສູງ ໂຄງການນີ້ຍັງເປີດໂອກາດໃຫ້ສາມາດຮຽນຕໍ່ລະດັບປະລິນຍາເອກໄດ້ ໂດຍທີ່ບໍ່ຕ້ອງຈົບປະລິນຍາໂທ ເຊິ່ງຖືໄດ້ວ່າເປັນແນວທາງໃນການພັດທະນາ ແລະ ສົ່ງເສີມບຸກຄະລາກອນດ້ານການວິໄຈ ແລະ ວິຊາການໃນລະດັບສາກົນ.

ໂຄງການຫລັກສູດໃໝ່ນີ້ ຈະເນັ້ນໃສ່ການສອນພາສາອັງກິດເປັນຫລັກ ໂດຍສະເພາະໃນດ້ານວິຊາຊີບ ແລະ ການຄົ້ນຄວ້າ, ເພື່ອກຽມຄວາມພ້ອມໃຫ້ນັກສຶກສາທີ່ສາມາດເຮັດວຽກຮ່ວມກັບສາກົນໄດ້, ນອກນັ້ນ ຍັງຈະນໍາເອົາເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ເຂົ້າໃນການສອນເພື່ອສ້າງທັກສະດິຈິຕອນທີ່ຈໍາເປັນໃນຍຸກປັດຈຸບັນ.