ສິງກະໂປພົບຜູ້ຕິດເຊື້ອໂຄວິດ ສາຍພັນໂອມິຄຣອນ 2 ຄົນ ຂະນະປ່ຽນເຮືອບິນຢູ່ສະໜາມບິນຊາງງີ

ວັນທີ 30 ພະຈິກ 2021, ທາງການສິງກະໂປເດີນໜ້າຕິດຕາມ ແລະ ກວດຫາໂຄວິດໃຫ້ພະນັກງານຢູ່ສະໜາມບິນຊາງງີ ຫລັງກວດພົບຜູ້ໂດຍສານ 2 ຄົນ ຕິດເຊື້ອໂຄວິດກາຍພັນສາຍພັນໂອມິຄຣອນ ຂະນະກຳລັງປ່ຽນເຮືອບິນຢູ່ສະໜາມບິນດັ່ງກ່າວ ຫລັງອອກເດີນທາງຈາກເມືອງໂຈຮັນເນສເບິກຂອງອາຟຣິກາໃຕ້ ມຸ່ງໜ້າສູ່ຊິດນີຂອງອົດສະຕຣາລີ.
ຜູ້ໂດຍສານຮ່ວມຖ້ຽວບິນດັ່ງກ່າວຂອງ Singapore Airlines ໄດ້ຮັບການຄັດກອງ ໂດຍ 1 ຄົນທີ່ໃກ້ຊິດກັບຜູ້ຕິດເຊື້ອເຂົ້າສູ່ລະບົບກັກຕົວແລ້ວ ໂດຍຜູ້ຕິດເຊື້ອທັງ 2 ຄົນ ກວດບໍ່ພົບການຕິດເຊື້ອເມື່ອວັນທີ 26 ພະຈິກຜ່ານມາ ກ່ອນຈະອອກເດີນທາງໃນວັນຕໍ່ມາ ແລະ ມີຜົນກວດຫາເຊື້ອເປັນບວກ ກ່ອນຈະປ່ຽນເຮືອບິນໄປອົດສະຕຣາລີ ໂດຍສິງກະໂປຖືເປັນປະເທດທຳອິດໃນອາຊຽນທີ່ກວດພົບຜູ້ຕິດເຊື້ອໂຄວິດສາຍພັນນີ້.
ຫລັງຈາກອົງການອະນາໄມໂລກ (WHO) ປະກາດໃຫ້ເຊື້ອໄວຣັສໂຄໂຣນາກາຍພັນ ສາຍພັນໂອມິຄຣອນ ເປັນສາຍພັນໜ້າກັງວົນ (VOC) ຕໍ່ຈາກສາຍພັນເດວຕາ ທາງການສິງກະໂປໄດ້ຍົກລະດັບມາດຕະການເຂັ້ມງວດໃນການເດີນທາງເຂົ້າ-ອອກ ລວມທັງເດີນທາງຜ່ານປະເທດຍິ່ງຂຶ້ນ ລວມທັງຂະຫຍາຍໄລຍະເວລາທີ່ຈະປິດຊ່ອງທາງພິເສດໃຫ້ສຳລັບຜູ້ທີ່ເຂົ້າຮັບການສັກວັກຊີນແລ້ວ (Vaccinated Travel Lanes: VTLs) ກັບສະຫະລັດອາຣັບເອມິເຣດ, ກາຕາ ແະ ຊາອຸດິດອາຣະເບຍ ເນື່ອງຈາກທັງ 3 ປະເທດ ເປັນຈຸດເຊື່ອມຕໍ່ການເດີນທາງຂອງຜູ້ໂດຍສານຈາກທາງຕອນໃຕ້ຂອງອາຟຣິກາໃຕ້ສູ່ທະວີບອາຊີ.
ອ້າງອີງ:
- https://www.bloomberg.com/news/articles/2021-11-29/singapore-says-two-with-omicron-variant-transited-changi-airport?sref=CVqPBMVg
- https://www.channelnewsasia.com/singapore/covid-19-omicron-variant-singapore-airlines-sq211-sydney-johannesburg-positive-2345676
- https://www.straitstimes.com/singapore/all-staff-on-sia-flight-from-spore-to-sydney-that-had-two-cases-of-omicron-covid-19-strain

