ສ້າງ ແລະ ສົ່ງເສີມນັກພັດທະນາຍຸກໃໝ່ ເພື່ອຄວາມຈະເລີນສີວິໄລຂອງຊາດ

ໂດຍ: ທິດກໍ່າ
ໃນສະໄໝສົງຄາມຕໍ່ສູ້ກູ້ຊາດ ພວກເຮົາເຄີຍອອກຄໍາຂວັນປຸກລະດົມຄວາມຮັກຊາດ ແລະ ຄຽດແຄ້ນສັດຕູທີ່ເຂົ້າມາບຸກລຸກຮຸກຮານປະເທດເຮົາ ຜ່ານຂະບວນການຕໍ່ສູ້ອັນເດັດດ່ຽວໜຽວແໜ້ນຢ່າງຍືດເຍື້ອຍາວນານເປັນເວລາຫລາຍສິບປີ ໄດ້ມີພະນັກງານນັກຮົບເປັນຈໍານວນຫລາຍສິບຫລາຍຮ້ອຍຄົນ ກາຍເປັນວິລະຊົນແຫ່ງຊາດ, ເປັນນັກຮົບແຂ່ງຂັນ, ເປັນນັກຕໍ່ສູ້ຜູ້ດີເດັ່ນທີ່ບັນທຶກໄວ້ປຶ້ມປະຫວັດສາດຂອງຊາດ.
ໃນຈໍານວນວິລະຊົນທີ່ຄົນລາວໄດ້ຈາລຶກຈົດຈໍາດີທີ່ສຸດອີກທ່ານໜຶ່ງກໍຄື ວິລະຊົນສີທອງ. ນອກຈາກນັ້ນ ກໍຍັງມີຜູ້ອື່ນໆທັງທ່ານຊາຍທ່ານຍິງຈໍານວນຫລວງຫລາຍໃນຍຸກສົງຄາມຕ້ານຈັກກະພັດຝຣັ່ງ ແລະ ອາເມລິກາ ເຊິ່ງປະຫວັດສາດໄດ້ຈາລຶກຄຸນງາມຄວາມດີຈົນມາຮອດທຸກວັນນີ້. ຈາກຜົນງານ ແລະ ຄຸນງາມຄວາມດີທີ່ມີຕໍ່ຊາດ ແລະ ປະຊາຊົນໃນການຕໍ່ສູ້ປະຕິວັດ ຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ແລະ ສ້າງຕັ້ງຊື່ປະເທດໃໝ່ຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ມາຮອດປັດຈຸບັນ ສປປ ລາວ ມີອາຍຸ 50 ປີພໍດີ (1975-2025). ຕະຫລອດໄລຍະ 50 ປີຜ່ານມາ ປະເທດຊາດໄດ້ຮັບການສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ. ສິ່ງທີ່ສະແດງໃຫ້ເຫັນເຖິງໝາກຜົນໃນການສ້າງສາພັດທະນາໃຕ້ການນໍາພາຂອງພັກ ແລະ ລັດຖະບານ ກໍຄືປະເທດຊາດມີການປ່ຽນແປງຈາກອັນເກົ່າລ້າຫລັງກ້າວໄປສູ່ອັນໃໝ່ໃນທຸກດ້ານເຊັ່ນ: ທາງດ້ານເສດຖະກິດໄດ້ເກີດມີໂຮງຈັກໂຮງງານ, ເຮືອນຊານບ້ານຊ່ອງ, ສໍານັກງານອົງການ ເກີດຂຶ້ນໃນແຕ່ລະປີປານດອກເຫັດ, ມີເຂື່ອນໄຟຟ້ານັບແຕ່ນ້ອຍຫາໃຫຍ່ເກືອບຮ້ອຍກວ່າແຫ່ງ, ມີນິຄົມອຸດສາຫະກໍານ້ອຍໃຫຍ່, ມີນິຄົມລ້ຽງສັດ, ເຂດເສດຖະກິດພິເສດ, ເສດຖະກິດສະເພາະ, ການຄ້າ, ການຄົມມະນາຄົມສະດວກສະບາຍ ຍ້ອນມີເສັ້ນທາງໄປມາຕິດຈອດຮອດເຖິງ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ນອກຈາກທີ່ກ່າວມານີ້ແລ້ວ ຍັງມີລົດໄຟຄວາມໄວສູງ, ມີສູນກາງຂົນສົ່ງສິນຄ້າຈາກໃນໄປຍັງພາກພື້ນ ແລະ ສາກົນໄດ້ຢ່າງລົງຕົວ.
ສ່ວນທາງດ້ານສັງຄົມ-ວັດທະນະທໍາ ກໍໄດ້ຮັບການປັບປຸງສົ່ງເສີມໃຫ້ສອດຄ່ອງ ແລະ ມີຄວາມຈະເລີນຮຸ່ງເຮືອງ, ການສຶກສາ-ສາທາໄດ້ຮັບການພັດທະນານັບມື້ກ້າວໜ້າທັນສະໄໝຕາມປັດໄຈການຂະຫຍາຍຕົວຂອງສັງຄົມ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນເປັນກ້າວໆ.
ທັງໝົດທີ່ກ່າວມານີ້ເປັນໝາກຜົນອັນຍິ່ງໃຫຍ່ ທັງເປັນປັດໄຈອັນສໍາຄັນສະທ້ອນໄປຍັງບຸກຄົນນິຕິບຸກຄົນທີ່ພ້ອມໃຈກັນເຮັດໂຮມແຮງກັນສ້າງເຮັດໃຫ້ບ້ານເມືອງມີຄວາມຈະເລີນຮຸ່ງເຮືອງໄປຕາມຍຸກຕາມສະໄໝ.
ເຖິງຢ່າງໃດກໍດີ, ເມື່ອປຽບທຽບໃສ່ຍຸກສົງຄາມກັບຍຸກພັດທະນາແລ້ວ ຍັງເຫັນວ່າການສ້າງ ແລະ ສົ່ງເສີມນັກພັດທະນາຕິດພັນກັບພາລະກິດຂອງຊາດນັ້ນຍັງມີໜ້ອຍ ເພາະໃນ 50 ປີແຫ່ງການສ້າງຕັ້ງ ສປປ ລາວ ມີວິລະຊົນແຮງງານພຽງຄົນດຽວ ຄືທ່ານ ເກຍ ອູ່ສິດທິເດດ. ສ່ວນວ່ານັກພັດທະນາດີເດັ່ນແຫ່ງຊາດກໍມີພຽງ 6 ສະຫາຍຄື: ສະຫາຍ ລາວມາ, ສະຫາຍ ແຖວທອງ, ສະຫາຍນາງ ພູດາໄລ, ສະຫາຍ ຈັນທອນ, ສະຫາຍ ນາງ ສົງບັນດິດ ແລະ ສະຫາຍ ສາຍສະໝອນ. ນີ້ຄືໜຶ່ງໃນສາເຫດທີ່ເຮັດໃຫ້ການສ້າງຂະບວນການຮັກຊາດຕິດພັນກັບການພັດທະນາມີສັດສ່ວນຈໍາກັດ.

