ຂາຍແຮງານ ຍັງມາຜານຊີວິດ

ໂດຍ: ມຶກບໍ່ແຫ້ງ
ຂ່າວການເສຍຊີວິດຂອງແຮງງານລາວເນື່ອງຈາກອຸບັດຕິເຫດເທິງທ້ອງຖະໜົນຢູ່ປະເທດໄທນັບມື້ຖີ່ຂຶ້ນແລະຄົນເສຍຊີວິດຈຳນວນຫຼາຍໃນເວລາດຽວກັນ.
ນັບແຕ່ປີກາຍມານີ້ແຮງງານລາວໄດ້ເສຍຊີວິດຍ້ອນອຸບັດຕິເຫດເທິງທ້ອງຖະໜົນຢູ່ປະເທດໄທນັ້ນຫຼາຍກວ່າ 15 ຄົນແລ້ວເຊິ່ງສ້າງຄວາມສົນໃຈບໍ່ໜ້ອຍວ່າເປັນຫຍັງງການເກີດອຸບັດເຫດຄືດັ່ງກ່າວຈຶ່ງເກີດດຸແທ້ ແລະມີຄົນເສຍຊີວິດຈຳນວນຫຼາຍ.
ເມື່ອເດືອນ ສິງຫາ 2019 ທີ່ຜ່ານມາການເກີດ ອຸບັດຕິເຫດຂອງແຮງງານທີ່ເດີນທາງດ້ວຍລົດຕູ້ຢູ່ໄທນັ້ນມີຮອດສອງຄັ້ງ ແລະເຫດທີ່ສູນເສຍຊີວິດຫຼາຍກໍເກີດຂຶ້ນໃນວັນທີ 18 ສິງຫາ 2019 ທີ່ເຮັດໃຫ້ ແຮງງານລາວເສຍຊີວິດຄາທີ 10 ຄົນແລະຜ່ານມາ ອຸບັດຕິເຫດທີ່ຮ້າຍແຮງເຊັ່ນນີ້ ກໍເກີດຂຶ້ນຫຼາຍເທື່ອແລ້ວ.
ດ້ວຍເຫດນັ້ນຊາວລາວທຸກຄົນຈຶ່ງຢາກຮູ້ວ່າມັນເປັນຍ້ອນຫຍັງລູກຫຼານລາວເຮົາຄືມາປະສົບກັບເຫດແບບນີ້ດຸແທ້, ແນ່ນອນການເກີດອຸບັດເຫດແຕ່ຄັ້ງກໍມີເຫດຜົນທີ່ແຕກຕ່າງກັນດັງເຊັ່ນເຫດການທີ່ເກີດຂຶ້ນເມື່ອວັນທີ 18 ສິງຫາ 2019 ນັ້ນເຈົ້າໜ້າທີ່ກໍສັນນິຖານວ່າ ອາດເກີດຈາກຫຼາຍສາເຫດເຊັ່ນຂັບລົດໄວ, ລັບໃນຫຼືເສັ້ນທາງມືດ.
ແຕ່ສ່ວນຫຼາຍແລ້ວສັງເກດເຫັນວ່າການເກີດອຸບັດຕິເຫດແຕ່ລະເທື່ອແມ່ນເກີດຂຶ້ນຍາມຄ່ຳຄືນເຊິ່ງແນ່ນອນການຂັບລົດຫຼືສັນຈອນໃນຍາມຄ່ຳຄືນນັ້ນກໍອາດມີຄວາມສ່ຽງສູງກວ່າກາງເວັນໂດຍສະເພາະເມື່ອຂັບລົດໄວ.
ແຮງງານລາວຄວນໄດ້ຮັບການປົກປ້ອງແລະຮັບປະກັນຄວາມປອດໄພຫຼາຍກວ່ານີ້.ອີງຕາມຕົວເລກທີ່ສະເໜີຜ່ານໜັງສືພິມເດີເນເຊີນ(The Nation) ວັນທີ 22 ກຸມພາ 2018 ໂດຍອ້າງອີງຕົວເລກຈາກກະຊວງແຮງງານແລະສະຫວັດດິການສັງຄົມຂອງ ສປປລາວໃຫ້ຮູ້ວ່າໃນປັດຈຸບັນມີແຮງງານລາວທັງໝົດທີ່ເຮັດວຽກຢູ່ໄທປະມານ 1.5 ແສນຄົນແຕ່ໃນນັ້ນໄດ້ຮັບການລົງທະບຽນແລ້ວພຽງແຕ່ 20-30 ພັນຄົນເພາະສ່ວນໃຫຍ່ ຍັງບໍ່ທັນເຂົ້າໃຈຂະບວນການຫຼືອາດບໍ່ໄດ້ຮັບຂໍ້ມູນພຽງພໍ.
ດ້ວຍເຫດນັ້ນຄົນລາວທີ່ໄປເຮັດວຽກຢູ່ປະເທດໄທສ່ວນຫຼາຍແມ່ນມີຄວາມສ່ຽງຫຼາຍດ້ານ ບໍ່ວ່າຈະເປັນເຫຍື່ອຂອງການຄ້າມະນຸດ, ຂາດຄວາມປອດໄພໃນການໄປມາຮວມທັງງການເກີດອຸບັດຕິເຫດແລະອື່ນໆ.
ອີງຕາມບົດຄົ້ນຄວ້າຂອງອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປີ 2016 ທີ່ໃສ່ຫົວຂໍ້ວ່າ “ການປະເມີນການປ່ຽນແປງທີ່ເປັນໄປໄດ້ ຂອງຮູບແບບການເຄື່ອນຍ້າຍຂອງຄົນລາວແລະຜົນກະທົບຕໍ່ໄທແລະ ສປປລາວ” ໄດ້ມີຄຳແນະນຳຕອນໜຶ່ງວ່າ“ລັດຖະບານລາວແລະໄທຄວນສືບຕໍ່ປຶກສາຫາລືພາຍໃຕ້ບົດບັນທຶກຄວາມເຂົ້າໃຈເພື່ອຮັບປະກັນຄວາມປອດໄພ, ມີປະສິດທິພາບໃນການເຄື່ອນຍ້າຍຂອງແຮງງານລາວ…”.
ນອກເໜືອຈາກນີ້ ຜູ້ຂຽນຍັງເຊື່ອວ່າພວກເຮົາຍັງຈະສາມາດເຮັດໄດ້ຫຼາຍແນວໃນການສືບຕໍ່ຮ່ວມມືກັນເພື່ອຮັບປະກັນວ່າແຮງງານລາວທີ່ເຖິງຄາວຕ້ອງປົກປ້ອງເປັນຢ່າງດີກວ່ານີ້.

