ກອງປະຊຸມລັດຖະມົນຕີຖະແຫຼງຂ່າວອາຊຽນ ຄັ້ງທີ 17 ແລະ ບັນດາກອງປະຊຸມປີ່ນອ້ອມ 17th

ວັນທີ 4-7 ພຶດສະພາ 2025 ທີ່ ນະຄອນຫຼວງບັນດາ ສິຣິ ເບກາວັນ, ປະເທດບຣູໄນ ດາຣູຊາລາມ ຈັດກອງປະຊຸມລັດຖະມົນຕີຖະແຫຼງຂ່າວອາຊຽນ ຄັ້ງທີ 17 ແລະ ບັນດາກອງປະຊຸມປີ່ນອ້ອມອື່ນໆ ໄດ້ຈັດຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້: ພັດທະນາສື່ມວນຊົນ ສ້າງຄວາມເຂົ້າໃຈຮ່ວມກັນ: ການຫັນປ່ຽນບົດບາດສື່ມວນຊົນເພື່ອຍົກສູງການຮ່ວມມື ແລະ ສ້າງຄວາມເຂົ້າໃຈເຊິ່ງກັນໃນອາຊຽນ: “MAJU – Media Advancing Joint Understanding: Transforming Media’s Role in Advancing Cooperation and Mutual Understanding in ASEAN”. ຕາງໜ້າຄະນະນໍາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນໍາພາຄະນະເຂົ້າຮ່ວມກອງປະຊຸມຄັ້ງນີ້ ນໍາໂດຍ ທ່ານ ນາງ ແສງດາວັນ ວົງໄຊ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດບຣູໄນ ດາຣູຊາລາມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນຍຸດທະສາດ 10 ປີ ຂອງອາຊຽນ ໃນວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນ 2016-2025, ແຜນວຽກຮ່ວມມືກັບບັນດາປະເທດ + 3 ແລະ ປະເທດຄູ່ຮ່ວມເຈລະຈາອື່ນໆ (2016-2025) ກໍ່ຄືການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ຂອງອະນຸກໍາມະການຖະແຫຼງຂ່າວອາຊຽນ ໃນການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ ແລະ ແຜນວຽກຮ່ວມມືດັ່ງກ່າວຕະຫຼອດໄລຍະທີ່ຜ່ານມາ. ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ແລະ ຄົ້ນຄວ້າບັນດາຄໍາເຫັນຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດອື່ນໆ ທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2024 ຜ່ານມາ ລົງເລິກວຽກຮ່ວມມືດ້ານຖະແຫຼງຂາວ ແລະ ສື່ມວນຊົນພາຍໃນອາຊຽນ ແລະ ອາຊຽນກັບບັນດາປະເທດຄູ່ຮ່ວມເຈລະຈາອື່ນໆ.
ຫຼັງຈາກນັ້ນ, ກອງປະຊຸມໄດ້ພ້ອມກັນແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເພີ່ມທະວີການຮ່ວມມື ແລະ ຍົກບົດບາດໜ້າທີ່ ຂອງສື່ມວນຊົນໃນຍຸກທີ່ມີການພັດທະນາຢ່າງໄວວາດ້ານສື່ແບບໃໝ່ທີທັນສະໄໝ ລວມທັງ AI ໃຫ້ສູງຂຶ້ນ ແນໃສ່ຊຸກຍູ້ສົ່ງເສີມ ແລະ ໂຄສະນາຮອບດ້ານ ໃຫ້ແກ່ການພັດທະນາທີ່ຍືນຍົງຂອງອາຊຽນໃນທຸກຂົງເຂດ ໂດຍສະເພາະການຜະລິດເນື້ອໃນລາຍການ ຫຼື ຂ່າວສານຕ້ອງມີຈັນຍາບັນ, ມີລັກສະນະສ້າງສັນ ພ້ອມທັງກະຈາຍຂໍ້ມູນໃຫ້ກວ້າງຂວາງ, ວ່ອງໄວ, ຖືກຕ້ອງ ແລະ ຊັດເຈນ ຜ່ານຫຼາກຫຼາຍຊ່ອງທາງ ເພື່ອໃຫ້ປະຊາຊົນອາຊຽນທຸກຊັ້ນຄົນສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງແທດເຖິງ. ນອກຈາກນີ້, ກອງປະຊຸມຍັງໄດ້ພ້ອມກັນພິຈາລະນາ ແລະ ຕົກລົງເຫັນດີຮັບຮອງເອົາເອກະສານອາຊຽນທີ່ສໍາຄັນ ຈໍານວນ 03 ສະບັບ ຄື: ຖະແຫຼງການກົວລາລໍາເປີວ່າດ້ວຍການນໍາໃຊ້ສື່ທຸກຮູບແບບດ້ວຍຄວາມຮັບຜິດຊອບ ແລະ ປອດໄພ ສໍາລັບອາຊຽນ (Kuala Lumpur Declaration on Safe and Responsible Use of Social Media Platforms for ASEAN), ຖະແຫຼງການບັນດາເສຣິເບກາວັນ ວ່າດ້ວຍການຢໍ້າຄືນຄໍາໝາຍໝັ້ນຂອງລັດຖະມົນຕີຖະແຫຼງຂ່າວອາຊຽນຕໍ່ການກ້າວໜ້າແບບຍຸດທະສາດໃນວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນ (Bandar Seri Begawan Declaration to Reaffirm the ASEAN Ministers Responsible for Information’s Commitment to Strategic Progress in Media and Information), ແລະ ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຖະແຫຼງຂ່າວອາຊຽນຄັ້ງທີ 17 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ກ່ຽວຂ້ອງ (Joint Media Statement of the 17th AMRI and Its Related Meetings) ເພື່ອນໍາສະເໜີຕໍ່ຜູ້ນໍາອາຊຽນພິຈາລະນາຮັບຮອງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47, ຊຶ່ງຈະຈັດຂຶ້ນໃນທ້າຍປີ 2025 ທີ່ ປະເທດ ມາເລເຊຍ.
ໃນກອງປະຊຸມຄັ້ງນີ້, ຕາງໜ້າຄະນະຜູ້ແທນລາວ ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ປະເທດເຈົ້າພາບ ທີ່ໄດ້ກໍານົດຫົວຂໍ້ຂອງກອງປະຊຸມໄດ້ຢ່າງສອດຄ່ອງ ແລະ ຖືກຕ້ອງພໍດີກັບໄລຍະການເຕີບໂຕຂອງວຽກງານຂອງຖະແຫຼງຂ່າວ ແລະ ສື່ມວນຊົນ ທີ່ມີການພັດທະນາຢ່າງໄວວາໃນປະຈຸບັນ ເປັນວຽກງານທີ່ສໍາຄັນຮີບດ່ວນອັນໜຶ່ງ ທີ່ພວມເລັ່ງທວງໃຫ້ອາຊຽນ ຕ້ອງພ້ອມກັນຍົກສູງບົດບາດຂອງຕົນ ດ້ວຍການໝູນໃຊ້ນະວັດຕະກໍາໃໝ່ທັນສະໄໝ ທີ່ເປັນພາຫະນະສື່ທຸກຮູບແບບ ລວມທັງ AI ສ້າງສະພາບແວດລ້ອມໃຫ້ທຸກຄົນສາມາດເຂົ້າເຖິງຂໍ້ມູນຂ່າວສານໄດ້ຢ່າງສະດວກ, ໂຄສະນາສົ່ງເສີມວັດທະນະທໍາທີ່ຫຼາກຫຼາຍ, ມີຄຸນຄ່າ ແລະ ເອກະລັກສະເພາະຂອງອາຊຽນໃຫ້ກວ້າງຂວາງ, ເຜີຍແຜ່ຂໍ້ມູນຂ່າວສານທີ່ສ້າງສັນ, ຖືກຕ້ອງ ແລະ ຊັດເຈນ ແນໃສ່ສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ ເພື່ອປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ພາຍໃນອາຊຽນ ແລະ ຮ່ວມກັບພາຍນອກໃຫ້ຫຼາຍຂຶ້ນ.
ດ້ວຍເຫດຜົນທີ່ກ່າວມາຂ້າງເທິງນັ້ນ, ທ່ານຍັງໄດ້ສະແດງການສະໜັບສະໜູນ ແລະ ເຫັນດີເປັນເອກະພາບຕໍ່ເອກະສານອາຊຽນທີ່ໄດ້ນໍາສະເໜີຄົ້ນຄວ້າພິຈາລະນາໃນກອງປະຊຸມ ພ້ອມທັງຢ້ຳຕື່ມຄໍາໝາຍໝັ້ນຂອງ ສປປ ລາວ ທີ່ພ້ອມຈະຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ກໍ່ຄືປະເທດຄູ່ຮ່ວມເຈລະຈາ ສົ່ງເສີມການນໍາໃຊ້ສື່ດ້ວຍຄວາມຮັບຜິດຊອບ ແລະ ປອດໄພ, ຖືສໍາຄັນການສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ສື່ມວນຊົນ, ແລກປ່ຽນແຫຼ່ງຂໍ້ມູນຂ່າວສານ, ຜະລິດ ແລະ ສ້າງລາຍການທີ່ມີເນື້ອໃນສ້າງສັນ, ມີຄຸນນະພາບ ເພື່ອສະທ້ອນໃຫ້ເຫັນແຈ້ງເຖິງຄວາມມຸ່ງມາດປາຖະໜາລວມຂອງອາຊຽນ ເພື່ອຄວາມຈະເລີນກ້າວໜ້າຮ່ວມກັນ ແລະ ຮັກສາຄວາມສາມັກຄີພາຍໃນພາກພື້ນໃຫ້ເປັນໜຶ່ງດຽວ.
ໃນຕອນທ້າຍ, ທ່ານໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ປະເທດເຈົ້າພາບທີ່ໃຫ້ການຕ້ອນຮັບທີ່ອົບອຸ່ນ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນລາວ ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ຢ່າງສະດວກສະບາຍ.
ພາບ-ຂາວ: ກອງເລຂາຖະແຫຼງຂ່າວອາຊຽນລາວ

