ມືລະເບີດແມນຮັດຕັນຝັກໄຝ່ ແນວຄິດອຸດົມການຈາກ IS

ຕຳຫລວດນະຄອນນິວຢອກຂອງອາເມລິກາ ເປີດເຜີຍວ່າ: ໄດ້ຄວບຄຸມຜູ້ຕ້ອງສົງໄສກໍ່ເຫດລະເບີດໃນເຂດແມນຮັດຕັນເອົາໄວ້ໄດ້ແລ້ວ ໂດຍຄົນຮ້າຍເປັນຊາວບັງກະລາເທດທີ່ຍ້າຍຖິ່ນຖານເຂົ້າມາອາໄສຢູ່ອາເມລິກາ ແລະ ເຊື່ອວ່າໄດ້ຮັບອິດທິພົນຈາກອຸດົມການຂອງກຸ່ມທີ່ເອີ້ນຕົນເອງວ່າລັດອິດສະລາມ (IS).

ເຫດການດັ່ງກ່າວເກີດຂຶ້ນໃນຄືນວັນທີ 11 ທັນວາ ໃນຊົ່ວໂມງຮີບດ່ວນປະມານ 7:30 ໂມງ ຕາມເວລາຂອງນະຄອນນິວຢອກ (19:30 ໂມງ ຕາມເວລາຢູ່ລາວ) ໂດຍຄົນຮ້າຍໄດ້ກໍ່ເຫດລະເບີດຢູ່ອຸມົງໃຕ້ດິນແຫ່ງໜຶ່ງເຂດແມນຮັດຕັນ ເຊິ່ງເປັນທາງຍ່າງເຊື່ອມລະຫວ່າງສະຖານີລົດໂດຍສານການທ່າເຮືອນະຄອນນິວຢອກກັບສະຖານີລົດໄຟໃຕ້ດິນໃກ້ຄຽງ ເຮັດໃຫ້ຜູ້ຄົນພາກັນແຕກຕື່ນ ແລະ ແລ່ນໜີວຸ້ນວາຍ ທັງຍັງມີຜູ້ໄດ້ຮັບບາດເຈັບອີກ 3 ຄົນ.
ສຳນັກຂ່າວ AP ລາຍງານວ່າ: ຄົນຮ້າຍໃຊ້ລະເບີດທໍ່ ເຊິ່ງເຈົ້າໜ້າທີ່ບອກວ່າເປັນອາວຸດທີ່ປະກອບຂຶ້ນເອງ ໂດຍຄົນຮ້າຍມັດລະເບີດຕິດກັບຕົນເອງ ເຮັດໃຫ້ໄດ້ຮັບບາດເຈັບ ແຕ່ຕຳຫລວດໄດ້ນຳສົ່ງໂຮງໝໍ ພ້ອມທັງຄວບຄຸມໄດ້ສອບສວນແລ້ວ.
ເຈົ້າໜ້າທີ່ຕຳຫລວດເປີດເຜີຍວ່າ: ມືລະເບີດຄືທ້າວ ອາຄາເຍດ ອຸລລາ ອາຍຸ 27 ປີ ເຊິ່ງເປັນຜູ້ອາໄສຖາວອນຢູ່ອາເມລິກາ, ເຈົ້າໜ້າທີ່ເຊື່ອວ່າທ້າວ ອຸລລາ ລົງມືກໍ່ເຫດພຽງລຳພັງ ແລະ ບໍ່ໄດ້ຕິດຕໍ່ກັບເຄືອຂ່າຍກໍ່ການຮ້າຍໂດຍກົງ, ແຕ່ອາດໄດ້ຮັບອິດທິພົນຈາກອຸດົມການຂອງກຸ່ມທີ່ເອີ້ນຕົນເອງວ່າລັດອິດສະລາມ (IS) ໂດຍຕຳຫລວດໄດ້ເຂົ້າກວດຄົ້ນເຮືອນຂອງລາວໃນເຂດບຣູກລິນ ເພື່ອຄົ້ນຫາລັກຖານເພີ່ມຕື່ມໃນເລື່ອງນີ້ແລ້ວ.

