ເດັກນ້ອຍກັບອາການແພ້ນົມງົວ

ສ່ວນຫລາຍແລ້ວເດັກນ້ອຍທີ່ມີອາການແພ້ນົມງົວນັ້ນ ຫລາຍກ່ວາ 50% ຈະສະແດງອາການອອກມາໃຫ້ເຫັນໄດ້ນັບແຕ່ອາຍຸ 1 ເດືອນ ໂດຍຈະສະແດງອາການເປັນຕຸ່ມຜື່ນແດງ, ຮອງລົງມາເປັນອາການທາງລະບົບທໍ່ອາຫານ ໃນຈຳນວນຂອງເດັກນ້ອຍທີ່ກິນນົມງົວກ່ອນອາຍຸຮອດ 6 ເດືອນນັ້ນ 50% ຈະແພ້ນົມງົວ ໂດຍຈະມີອາການຍ່າງລະອຽດດັ່ງຕໍ່ໄປນີ້ :
- ສະແດງອາການຢູ່ລະບົບທໍ່ອາຫານ, ມັກເຈັບທ້ອງ, ຍື່ງທ້ອງ, ແໜ້ນທ້ອງ, ຖ່າຍ, ຮາກ, ກົດໄຫລຍ້ອນ, ຖ່າຍເປັນເລືອດ ແລະ ນຳ້ໜັກຂຶ້ນໜ້ອຍ.
- ມີອາການຜິວໜັງອັກເສບ, ມີຕຸ່ມຜື່ນຄັນ, ນຳ້ເຫລືອງຍ້ອຍ, ຜິວແຫ້ງ.
- ມີປັນຫາໃນໄລຍະຫາຍໃຈ ທັງການນອນໂກນ, ຕັນດັງ, ນຳ້ ມູກໄຫລ, ຄັນຕາ, ຄັນດັງ, ເລືອດ ດັງໄຫລ, ມີຂີ້ກະເທີ່ໃນຮູຄໍ, ຫອບຫືດ, ໄອຕະຫລອດ, ຜົ້ງດັງອັກເສບ, ຫລອດລົມອັກເສບ, ຫູຊັ້ນລຸ່ມອັກເສບ, ຕ່ອມອະດີນອຍໃຫຍ່, ຕ່ອມນຳ້ເຫລືອງໃຫຍ່, ຕັບ ແລະ ມ້າມໃຫຍ່, ນອນຫລັບຕາຍເນື່ອງຈາກແພ້ໂປຣຕິນນົມງົວ.
- ມະເຮັງໃນພາກສ່ວນຕ່າງໆ ທັງຕ່ອມນຳ້ເຫລືອງ, ເຕົ້ານົມ, ຮັງໄຂ່, ຕ່ອມລູກໝາກ, ປອດ, ໝາກ ໄຂ່ຫລັງ, ລຳໄສ້ ເຊິ່ງຜູ້ທີ່ດື່ມນົມງົວຈະມີຄວາມສ່ຽງຫລາຍກ່ວາຜູ້ທ່ີບໍ່ກິນເກືອບ 3 ເທົ່າ, ຜູ້ທີ່ເປັນມະເຮັງແລ້ວ ນົມງົວຈະເຮັດໃຫ້ແຊນມະເຮັງຂະຫຍາຍໂຕຫລາຍຂຶ້ນໄດ້ນຳອີກ.
- ການກິນທາດການຊຽມເພີ່ມຂຶ້ນມີຜົນໜ້ອຍຕໍ່ຄວາມໜາແໜ້ນຂອງມວນກະດູກ, ແຕ່ຖ້າກິນຫລາຍເກີນໄປຈະເປັນໜິ້ວໃນ ໝາກໄຂ່ຫລັງໄດ້.
- ເປັນພະຍາດເບົາຫວານ, ຄວາມດັນເລືອດສູງ, ພະຍາດຫົວໃຈ, ເສັ້ນເລືອດສະໝອງແຕກ, ຫລອດລົມຕີບ ລວມໄປເຖິງພະ ຍາດທາງລະບົບເລືອດຕ່າງໆ.
– ຂໍ້ມູນເບື້ອງຕົ້ນນີ້ສຳລັບຜູ້ບໍລິໂພກທີ່ຈະນຳໄປປະກອບການຕັດສິນໃຈ ຫາກຜູ້ອ່ານຮູ້ເທົ່າທັນຂໍ້ມູນນີ້ຫລາຍພຽງພໍກັບຂໍ້ມູນຈາກໂພຊະນາການຂອງຜູ້ຜະລິດທີ່ນຳສະເໜີແຕ່ດ້ານບວກເທົ່ານັ້ນ ກໍຈະຊ່ວຍໃນການຕັດສິນໃຈໄດ້ດີຂຶ້ນໃນການເລືອກນົມລ້ຽງລູກ. ແນວໃດກໍຕາມ, ລ້ຽງລູກດ້ວຍນຳ້ນົມແມ່ນັບແຕ່ມື້ເກີດຈະດີທີ່ສຸດ.

