10 ຄຸນປະໂຫຍດຂອງໝາກອຶ ຫລຸດນຳ້ໜັກ – ເບົາຫວານ – ມະເຮັງ

- ໝາກອຶ ເປັນໜຶ່ງໃນຜັກທີ່ມີສີເຫລືອງປົນສົ້ມທີ່ຊ່ວຍບຳລຸງ ແລະ ຮັກສາສາຍຕາ.
- ມີສານຕ້ານອະນຸມູນອິດສະລະ ທີ່ຊ່ວຍຫລຸດຄວາມສ່ຽງໃນການເປັນພະຍາດມະເຮັງ.
- ບຳລຸງສຸຂະພາບຜິວໃຫ້ເຄັ່ງຕຶງ, ຊຸ່ມຊື່ນ, ຫລຸດຮອຍຫ່ຽວຍານແຫ່ງໄວ.
- ເສີມສ້າງລະບົບພູມຕ້ານທານໃຫ້ຮ່າງກາຍແຂງແຮງ.
- ຫລຸດລະດັບນຳ້ຕານໃນເລືອດ, ຄວບຄຸມລະດັບນຳ້ຕານໃນເລືອດ, ປ້ອງກັນພະຍາດເບົາຫວານ.
- ໄຂມັນໜ້ອຍ, ນຳ້ຕານໜ້ອຍ, ກາກໄຍອາຫານຫລາຍ, ພະລັງງານຕໍ່າ ຈຶ່ງເປັນອາຫານທີ່ເໝາະສົມກັບຄົນທີ່ກຳລັງຫລຸດນຳ້ໜັກ.
- ປ້ອງກັນພະຍາດຫລອດເລືອດ ແລະ ຫົວໃຈ.
- ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກຢ່າງເປັນປົກກະຕິ ຈາກກາກໄຍອາຫານທີ່ມີຢູ່ຫລາຍ.
- ຊ່ວຍຟື້ນຟູກ້າມຊີ້ນຫລັງອອກກຳລັງກາຍ.
- ປ້ອງກັນການເກີດພະຍາດໜິ້ວ.
- ວິທີກິນໝາກອຶໃຫ້ໄດ້ປະໂຫຍດຫລາຍທີ່ສຸດ : ໝາກອຶບໍ່ໄດ້ມີດີແຕ່ຢູ່ຊີ້ນສີເຫລືອງເທົ່ານັ້ນ, ແຕ່ແກ່ນໝາກອຶ ຫລື ໃນໝາກອຶກໍຊ່ວຍຄາຍຄຽດໄດ້ດີ, ນຳ້ມັນໝາກອຶກໍຊ່ວຍບຳລຸງປະສາດ ຫລື ແມ່ນແຕ່ເປືອກຂອງໝາກອຶຍັງຊ່ວຍຄວບຄຸມລະດັບນຳ້ຕານໃນເລືອດໃຫ້ຢູ່ໃນລະດັບປົກກະຕິນຳອີກ. ດັ່ງນັ້ນ, ລອງກິນໝາກອຶຈາກຫລາຍໆພາກສ່ວນເບິ່ງ ແລະ ຫາກຈະຊອຍໝາກອຶມາປຸງແຕ່ງອາຫານ ອາດຈະເຫລືອເປືອກບາງໆເອົາໄວ້ກິນກອບໆກໍໄດ້. ນອກຈາກນີ້, ໃຜທີ່ຢາກກິນໝາກອຶເພື່ອຫລຸດຄວາມຕຸ້ຍ, ຫລຸດລະດັບນຳ້ຕານໃນເລືອດ ກໍຢ່າເຜີກິນໝາກອຶຍັດໄສ້ສັງຂະຫຍາຫລາຍເກີນໄປ ເພາະເປັນເຂົ້າໜົມທີ່ມີນຳ້ຕານຫລາຍ(ໃນໄສ້ສັງຂະຫຍາ) ແນະນຳໃຫ້ຕົ້ມ ຫລື ໜຶ້ງກິນ, ປັ່ນໃສ່ກັບຜັກ-ໝາກໄມ້ອື່ນໆ ຫລື ເຮັດແກງໝາກອຶໃສ່ໄຂ່ ກິນເປັນອາຫານຄາວໜ້າຈະດີກ່ວາ.

