ໂຄເອັນໄຊ ຄິວເທັນ ກິນແລ້ວດີແທ້ບໍ່ ?

ໃນບັນດາອາຫານເສີມຂອງແມ່ຍິງທັງຫລາຍ ຕ້ອງມີຊື່ຂອງ ໂຄເອັນໄຊ ຄິວເທັນ (Coenzyme Q10) ຕິດອັນດັບນຳແນ່ ນອນ ເພາະເປັນທີ່ຮູ້ຈັກກັນດີໃນເລື່ອງຂອງການສະກັດກັ້ນຄວາມເຖົ້າ ແລະ ຮອຍຫ່ຽວຍານ, ແຕ່ຮູ້ຫລືບໍ່ວ່າຄວາມຈິງແລ້ວ ໂຄເອັນໄຊ ຄິວເທັນ ມີປະໂຫຍດຫລາຍກ່ວານັ້ນ ?
– ຈຳເປັນຫລືບໍ່ທີ່ທຸກຄົນຈະຕ້ອງກິນ ?
ຄຳຖາມທຳອິດກໍຄື ອາຫານເສີມຊະນິດນີ້ຈຳເປັນຕ້ອງກິນທຸກຄົນຫລືບໍ່ ? ຕອບໄດ້ເລີຍວ່າ ບໍ່ຈຳເປັນ, ແຕ່ຖ້າຫາກກິນໄດ້ກໍຄວນກິນ ເພາະການທີ່ຮ່າງກາຍຈະສ້າງໂຄເອັນໄຊ ຄິວເທັນ ຂຶ້ນມາໃຊ້ເອງນັ້ນເຮັດໄດ້ອ່າວຍາກ ແລະ ຕ້ອງໃຊ້ເວລາ ຍິ່ງຖ້າອາຍຸກາຍຫລັກ 2 ໄປແລ້ວ ກໍສ້າງໄດ້ຍາກຂຶ້ນ ຈົນເຮັດໃຫ້ເກີດຮອຍຫ່ຽວຍານເທິງໃບໜ້າ ແລະ ຕົນໂຕຂຶ້ນ. ນອກຈາກນີ້, ການກິນຢາບາງຊະນິດກໍມີຜົນຂ້າງໂດຍການໄປທຳລາຍໂຄເອັນໄຊ ຄິວເທັນ ນຳອີກ.
– ປະໂຫຍດອື່ນໆນອກຈາກຫລຸດຮອຍຫ່ຽວຍານ ແລະ ເຮັດໃຫ້ນານເຖົ້າມີຫຍັງແດ່ ?
ໂຄເອັນໄຊ ຄິວເທັນ ຍັງມີປະໂຫຍດອີກຫລາຍ ຈຶ່ງຂໍຍົກມາໃຫ້ອ່ານພາກສ່ວນໜຶ່ງຄື : ບໍ່ເຮັດໃຫ້ອິດເມື່ອຍ ຫລື ຮູ້ສຶກອ່ອນເພຍ ເພາະໂຄເອັນໄຊ ຄິວເທັນ ມີຄວາມສຳຄັນໃນເລື່ອງຂອງການສ້າງພະລັງງານໃຫ້ກັບແຊນຕ່າງໆໃນຮ່າງກາຍ ເມື່ອແຊນແຂງແຮງດີ ກໍຈະເຮັດວຽກໄດ້ຢ່າງມີປະສິດທິພາບ ຈຶ່ງເຮັດໃຫ້ເຮົາຮູ້ສຶກສົດຊື່ນແຈ່ມໃສເກືອບຕະຫລອດເວລາ.
ຫົວໃຈແຂງແຮງ ເພາະຫົວໃຈເປັນອະໄວຍະວະຊະນິດໜຶ່ງທີ່ເຮັດວຽກໜັກຫລາຍ ໂດຍສະເພາະການຟອກເລືອດໄປຍັງພາກ ສ່ວນຕ່າງໆ ສະນັ້ນ ຫົວໃຈຈຶ່ງຈຳເປັນຕ້ອງໃຊ້ພະລັງງານຈາກແຊນຫລາຍເປັນພິເສດ ເຊິ່ງໂຄເອັນໄຊ ຄິວເທັນ ສາມາດຊ່ວຍໃນເລື່ອງນີ້ໄດ້ ເມື່ອຮ່າງກາຍໄດ້ຮັບເຂົ້າໄປແລ້ວ ກໍຈະເຮັດໃຫ້ລະບົບຫົວໃຈ ແລະ ລະບົບຫລອດເລືອດເຮັດວຽກໄດ້ຢ່າງເຕັມທີ່ ລວມທັງຫລຸດຄວາມສ່ຽງທີ່ຈະເຮັດໃຫ້ເປັນຫົວໃຈວາຍໄດ້ນຳ.
– ຂໍ້ລະວັງໃນການຮັບໂຄເອັນໄຊ ຄິວເທັນ :
- ອັນໃດທີ່ຫລາຍເກີນໄປກໍຍ່ອມສົ່ງຜົນຮ້າຍຕໍ່ຮ່າງກາຍທັງໝົດ ໂຄເອັນໄຊ ຄິວເທັນ ກໍຄືກັນ ຫາກຮັບຫລາຍເກີນໄປຈະເຮັດໃຫ້ມີບັນຫາກ່ຽວກັບລະບົບທາງເດີນອາຫານ ທີ່ອາດສົ່ງຜົນໄປເຖິງລະບົບການຂັບຖ່າຍ.
- ຖ້າຫາກຮ່າງກາຍໄດ້ຮັບສານອາຫານ ຫລື ມີເອັນໄຊຕ່າງໆບໍ່ພຽງພໍຕໍ່ການເຮັດວຽກຂອງໂຄເອັນໄຊ ຄິວເທັນ ກໍຈະເຮັດໃຫ້ເກີດຜົນຮ້າຍ ເພາະເອັນໄຊນີ້ຈະປ່ຽນເປັນໂຕສ້າງອະນຸມູນອິດສະລະທີ່ຊ່ວຍເພີ່ມຮອຍຫ່ຽວຂຶ້ນເອງ.
- ການກິນໂຄເອັນໄຊ ຄິວເທັນ ໃຫ້ໄດ້ຜົນດີຫລາຍທີ່ສຸດຄື ການກິນຮ່ວມກັບວິຕາມິນເອີ.
- ຫາກມີພະຍາດປະຈຳໂຕທີ່ກ່ຽວຂ້ອງກັບການກ້າມຂອງເລືອດ ຫລື ບໍ່ໝັ້ນໃຈວ່າຄວນກິນໃນປະລິມານເທົ່າໃດດີ ກໍຄວນປຶກສາແພດກ່ອນທຸກເທື່ອ.
ຫວັງວ່າເລື່ອງນີ້ຈະເປັນປະໂຫຍດຕໍ່ສາວໆ ໂດຍສະເພາະຜູ້ທີ່ຢູ່ໃນໄວກາງຄົນ ແລະ ກຳລັງເລີ່ມກິນອາຫານເສີມ ເຖິງວ່າຈະມີລາຄາແພງແດ່ ແຕ່ໂຄເອັນໄຊ ຄິວເທັນກໍມີປະໂຫຍດຕ່າງຮ່າງກາຍຫລາຍ ເຊິ່ງຫາກກິນຢ່າງຖືກຕ້ອງເໝາະສົມ ກໍຮັບຮອງໄດ້ວ່າກຸ້ມຄ່າສົມລາຄາແນ່ນອນ.

