6 ສູດພອກໜ້າຂາວໃສດ້ວຍໝາກໄມ້

ທຸກມື້ນີ້ຜິວຖືກທຳຮ້າຍຫລາຍຂຶ້ນ ບໍ່ວ່າຈະແມ່ນແສງແດດ ຫລື ມົນລະພິດຕ່າງໆ ມື້ນີ້ພວກເຮົາມີ 6 ສູດພອກໜ້າງ່າຍໆທີ່ຈະເຮັດໃຫ້ຜິວໜ້າຂາວໃສມາແນະນຳບັນດາທ່ານ.
- ສູດໜ້າໃສດ້ວຍນຳ້ເຜິ້ງປະສົມໝາກນາວ :
- ສ່ວນປະສົມ : ນຳ້ເຜິ້ງ ເຄິ່ງຖ້ວຍນ້ອຍ, ນຳ້ໝາກນາວ 1 ບ່ວງຊາ.
- ວິທີເຮັດ : ປະສົມນຳ້ເຜິ້ງກັບນຳ້ໝາກນາວໃສ່ກັນ ເອົາມານວດໃຫ້ທົ່ວໃບໜ້າ ປະມານ 15 ນາທີ ຫລັງຈາກນັ້ນຈຶ່ງລ້າງອອກ.
- ໝາກນາວຈະຊ່ວຍກຳຈັດແຊນຜິວຄືກັບກັບຄຣີມທີ່ປະສົມກົດ AHA, ສ່ວນນຳ້ເຜິ້ງຈະເຮັດໃຫ້ຜິວໜ້ານຸ້ມ ແລະ ຊຸ່ມຊື່ນ.
- ສູດໜ້າໃສດ້ວຍໝາກແອັບເປິ້ນ :
- ສ່ວນປະສົມ : ໝາກແອັບເປິ້ນປອກເປືອກແລ້ວປາດເອົາແຕ່ຊີ້ນ, ນຳ້ເຜິ້ງ 1 ບ່ວງແກງ.
- ວິທີເຮັດ : ເອົາຊີ້ນໝາກແອັບເປິ້ນມາປັ່ນປະສົມກັບນຳ້ເຜິ້ງ ເອົາມາທາໃຫ້ທົ່ວໃບໜ້າ ແລ້ວນວດເບົາໆປະໄວ້ 15 ນາທີ ຫລັງຈາກນັ້ນຈຶ່ງລ້າງອອກດ້ວຍນຳ້ເຢັນ.
- ສູດນີ້ຈະຊ່ວຍກຳຈັດແຊນຜິວທີ່ຕາຍແລ້ວໃຫ້ຫລຸດອອກໄປ ເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວໜ້າ ເຮັດໃຫ້ໃບໜ້າສົດໃສຂຶ້ນນຳ.
- ສູດເຮັດໃຫ້ຮູຂຸມຂົນນ້ອຍລົງ :
- ສ່ວນປະສົມ : ໝາກກ້ວຍຫອມ, ໝາກແຕງ ຫລື ໝາກເລັ່ນ ເລືອກໃຊ້ຢ່າງໃດຢ່າງໜຶ່ງ ປອກເປືອກ ເອົາແກ່ນອອກໃຫ້ໝົດ ຊອຍເປັນຕ່ອນນ້ອຍໆ, ນຳ້ເຜິ້ງ ຫລື ນົມສົ້ມ.
- ວິທີເຮັດ : ໃຊ້ໝາກກ້ວຍຫອມ, ໝາກແຕງ ຫລື ໝາກເລັ່ນກໍໄດ້ ຕື່ມນຳ້ເຜິ້ງ ຫລື ນົມສົ້ມໃສ່ ແລ້ວເອົາມາປັ່ນຈົນແຫລວ ຈາກນັ້ນເອົາມາທາພອກໃຫ້ທົ່ວໃບໜ້າ ແລະ ລຳຄໍ ປະໄວ້ປະມານ 15 ນາທີ ຈຶ່ງລ້າງອອກດ້ວຍນຳ້ອຸ່ນ.
- ສູດນີ້ຈະຊ່ວຍເຮັດຄວາມສະອາດໃບໜ້າ ເຮັດໃຫ້ຮູຂຸມຂົນນ້ອຍລົງ ແລະ ບຳລຸງຜິວໃຫ້ຊຸ່ມຊື່ນ.
- ສູດຄຣີມເຮັດຄວາມສະອາດໃບໜ້າ (Cleanser) :
- ສ່ວນປະສົມ : ໂຢເກິດເຄິ່ງຖ້ວຍນ້ອຍ, ນຳ້ມັນດອກຕາເວັນເຄິ່ງບ່ວງແກງ, ນຳ້ໝາກນາວເຄິ່ງບ່ວງແກງ.
- ວິທີເຮັດ :ປະສົມໂຢເກິດ, ນຳ້ມັນດອກຕາເວັນ, ນຳ້ໝາກນາວໃຫ້ເຂົ້າກັນ ເອົາມາພອກໃຫ້ທົ່ວໃບໜ້າປະໄວ້ປະມານ 5 ນາທີ ທຸກເຊົ້າ ແລະ ກ່ອນນອນ ແລ້ວຈຶ່ງລ້າງອອກ.
- ສູດນີ້ໃຊ້ໄດ້ກັບທຸກສະພາບຜິວ ຈະຊ່ວຍເຮັດຄວາມສະອາດຜິວໜ້າໄດ້ຢ່າງເລິກເຊິ່ງ ແລະ ບຳລຸງຜິວໃຫ້ຊຸ່ມຊື່ນໄປນຳ.
- ສູດສຳລັບສາວຜິວແຫ້ງ ມອຍເຈີໄຣເຊີຈາກໝາກກ້ວຍ :
- ສ່ວນປະສົມ : ໝາກກ້ວຍສຸກ 1 ໜ່ວຍ, ນຳ້ເຜິ້້ງ 1 ບ່ວງແກງ.
- ວິທີເຮັດ : ບົດໝາກກ້ວຍປະສົມກັບນຳ້ເຜິ້ງ ແລ້ວເອົາມາທາພອກໃຫ້ທົ່ວໃບໜ້າປະໄວ້ 15 ນາທີ ຈຶ່ງລ້າງອອກດ້ວຍນຳ້ອຸ່ນ ຈະເຮັດໃຫ້ຜິວໜ້າຊຸ່ມຊື່ນຂຶ້ນ ເຊິ່ງສູດນີ້ເໝາະສົມຫລາຍກັບຄົນຜິວແຫ້ງ.
- ສູດພອກໜ້າໃສດ້ວຍໝາກແຕງ :
- ສ່ວນປະສົມ : ໝາກແຕ່ງ 1 ໜ່ວຍ ຊອຍເປັນແຜ່ນບາງໆ, ໄຂ່ໄກ່ (ໃຊ້ສະເພາະໄຂ່ຂາວເທົ່ານັ້ນ), ນຳ້ໝາກນາວ 1 ບ່ວງແກງ.
- ວິທີເຮັດ : ເອົາໝາກແຕງ, ໄຂ່ຂາວ ແລະ ໝາກນາວໄປປັ່ນຈົນແຫລວ ເອົາມາທາພອກໃບໜ້າໃຫ້ທົ່ວ ຍົກເວັ້ນບໍລິເວນອ້ອມຮອບດວງຕາ ແລະ ຮີມສົບ, ປະໄວ້ປະມານ 20 ນາທີ ຈຶ່ງລ້າງອອກ, ໝັ່ນເຮັດເປັນປະຈຳ ທຸກອາທິດ ຈະຊ່ວຍຫລຸດຄວາມມັນສ່ວນເກີນ ແລະ ຍັງຊ່ວຍເຮັດໃຫ້ຮູຂຸມຂົນນ້ອຍລົງ, ຜິວໜ້າສົດໃສກ້ຽງງາມ ແລະ ຊຸ່ມຊື່ນຂຶ້ນ ເຊິ່ງເໝາະສົມສຳລັບສາວຜີວມັນ ແລະ ຜິວປະສົມ.

