ລາວປະສົບຜົນສຳເລັດໃນການຈັດກອງປະຊຸມສະມາຄົມເຟີນີເຈີອາຊຽນ ຄັ້ງທີ 35

ທ່ານ ຮອງປະທານສະມາຄົມເຟີນີເຈີລາວ ໄດ້ຖະແຫລງຕໍ່ສື່ມວນຊົນ ເນື່ອງໃນງານມອບໃບຍ້ອງຍໍແກ່ຫົວໜ່ວຍທຸລະກິດທີ່ໃຫ້ການສະໜັບສະໜູນການຈັດກອງປະຊຸມສະມາຄົມເຟີນີເຈີອາຊຽນຄັ້ງທີ 35 ແລະ ງານກາລາດິນເນີ ສຳລັບແຂກທີ່ເຂົ້າມາຮ່ວມກອງປະຊຸມດັ່ງກ່າວວ່າ: ການຈັດກອງປະຊຸມສະມາຄົມເຟີນີເຈີ ອາຊຽນຄັ້ງທີ 35 ຢູ່ ນະຄອນຫລວງວຽງຈັນ ເທື່ອນີ້ຖືວ່າປະສົບຜົນສຳເລັດ ແລະ ໃນການຕົກລົງຫລາຍບັນຫາ ເປັນຕົ້ນແມ່ນປະເທດ ສິງກະໂປ ຈະເປີດໂອກາດໃຫ້ສະມາຄົມເຟີນີເຈີລາວເຂົ້າໄປວາງສະແດງສິນຄ້າຢູ່ພາຍໃນປະເທດ, ສ່ວນປະເທດ ຫວຽດນາມ ແມ່ນຈະຊ່ວຍພັດທະນາສືມືແຮງງານ ແລະ ບັນດາປະເທດອື່ນໆ ຊຶ່ງຈະເຮັດໃຫ້ລາວມີການພັດທະນາ ວຽກງານເຟີນີເຈີໃຫ້ສູງຂຶ້ນ.
ທ່ານຮອງປະທານສະມາຄົມເຟີນີເຈີລາວ ໃຫ້ຮູ້ວ່າ: ສະພາອຸດສາຫະກຳເຟີນີເຈີອາຊຽນ ໄດ້ສ້າງຕັ້ງຂຶ້ນໃນປີ 1978 ເປັນສະມາຄົມທີ່ມີຊື່ສຽງໃນພາກພຶ້ນ ແລະ ສາກົນ ມີສະມາຊິກ 8 ສະມາຄົມ ຈາກບັນດາປະເທດອາຊຽນດ້ວຍກັນ, ຊຶ່ງໃນລະຫວ່າງວັນທີ 10-11 ພະຈິກ ລາວໄດ້ຈັດກອງປະຊຸມສະມາຄົມເຟີນີເຈີອາຊຽນຂຶ້ນ ຢູ່ ນະຄອນຫລວງວຽງຈັນ ຊຶ່ງແມ່ນມີຄວາມໝາຍສຳຄັນ ສຳລັບຫົວໜ່ວຍທຸລະກິດເຟີນີເຈີລາວ ຊຶ່ງຈະມີໂອກາດປຶກສາຫາລື ແລກປ່ຽນຄຳຄິດເຫັນ ແລະ ປະສົບການດ້ວຍກັນກັບບັນດາສະມາຄົມເຟີນີເຈີທີ່ມາຈາກປະເທດອາຊຽນ, ພ້ອມໄດ້ຮັບຟັງການນຳສະເໜີຈາກ 3 ກະຊວງ ແລະ ສະພາອຸດສາຫະກຳເຟີນີເຈີອາຊຽນ ກ່ຽວກັບລະບຽບການ, ຂໍ້ຫ້າມ ແລະ ການສົ່ງອອກໄມ້ໃນລາວ, ເພື່ອໃຫ້ບັນດາສະມາຊິກໄດ້ເຂົ້າໃຈ.
ຂ່າວຍັງໃຫ້ຮູ້ອີກວ່າ: ໃນວັນທີ 11 ພະຈິກ ນີ້, ບັນດາປະເທດສະມາຊິກເຟີນີເຈີ ອາຊຽນຍັງໄດ້ໄປຢ້ຽມຢາມ ໂຮງງານເຟີນີເຈີ K&B ຢູ່ບ້ານ ໂສກປ່າຫລວງ, ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ກອງມາລາ ພົມມາໄລ ຜູ້ອຳນວຍການໂຮງງານດັ່ງກ່າວ ຊຶ່ງບັນດາປະເທດສະມາຊິກຕ່າງກໍໄດ້ໃຫ້ຄວາມຍ້ອງຍໍຊົມເຊີຍໃນການຜະລິດຂອງໂຮງງານ ທີ່ມີຄຸນນະພາບ ແລະ ກໍໄດ້ແນະນຳໃຫ້ພັດທະນາສູ່ຄວາມທັນສະໄໝ ເພື່ອເຮັດໃຫ້ການສົ່ງອອກສິນຄ້າໄດ້ມາດຕະຖານສາກົນ.

