ລາວຈັດກອງປະຊຸມສຸດຍອດສະຖາບັນກວດສອບສູງສຸດອາຊຽນຄັ້ງທີ IV

ກອງປະຊຸມສຸດຍອດ ສະຖາບັນກວດສອບສູງສຸດອາຊຽນ ຫລື ອາຊຽນຊາຍ( Asean Supreme Audit Institution) ຄັ້ງທີ 4 ໄດ້ຈັດຂຶ້ນ ຢູ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ, ໄດ້ຮັບກຽດເຂົ້!ຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.
ທ່ານນາງ ວຽງທອງ ສີພັນດອນ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເປັນການສ້າງຂີດຄວາມສາມາດ ແລະ ສົ່ງເສີມການຮ່ວມມື ລະຫວ່າງບັນດາປະເທດສະມາຊິກອາຊຽນ ດ້ວຍການແລກປ່ຽນຄວາມຮູ້ ແລະ ປະສົບການກ່ຽວກັບວິທີການກວດສອບໃນຂົງເຂດພາກລັດ .
ນັບຕັ້ງແຕ່ສະຫະພັນສະຖາບັນກວດສອບສູງສຸດອາຊີຕາເວັນອອກສຽງໃຕ້ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 16 ພະຈິກ 2011, ສະຖາບັນກວດສອບສູງສຸດຂອງ 10 ປະເທດ ໄດ້ເຂົ້າເປັນສະມາຊິກ ແລະ ໄດ້ພ້ອມກັນພັດທະນາຢ່າງບໍ່ຢຸດຢັ້ງ ປະກອບສ່ວນເຂົ້າໃນການສ້າງລັດແຫ່ງກົດໝາຍ ແລະ ສົ່ງເສີມການປົກຄອງທີ່ດີ ນອກນັ້ນຍັງເນັ້ນການພົວພັນຮ່ວມມືກັບພາຍນອກ ເພື່ອຍົກສູງບົດບາດຂອງຕົນໃນເວທີພາກພຶ້ນ ແລະ ສາກົນ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໂດຍໄດ້ເນັ້ນວ່າ: ການຈັດກອງປະຊຸມສຸດຍອດອາຊຽນຊາຍ ຄັ້ງນີ້, ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ອາຊຽນ ພວມສຸມໃສ່ຈັດຕັ້ງປະຕິບັດ ວິໃສທັດປະຊາຄົມອາຊຽນຮອດປີ 2025 ແລະ ຮັດແໜ້ນການພົວພັນຮ່ວມມືກັບພາຍນອກ ແລະ ທ່າມກາງສະພາບພາກພຶ້ນ ແລະ ສາກົນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍ, ສະນັ້ນກອງປະຊຸມຄັ້ງນີ້, ຈຶ່ງເປັນໂອກາດອັນດີ ໃຫ້ແກ່ຜູ້ນຳສະຖາບັນກວດສອບສູງສຸດອາຊຽນ ໄດ້ປຶກສາຫາລື ແລະ ກຳນົດແຜນການເຄື່ອນໄຫວຂອງຕົນ ແລະ ປະກອບສ່ວນເຮັດໃຫ້ປະຊາຄົມອາຊຽນ ສາມາດບັນລຸຕາມວິໄສທັດທີ່ໄດ້ກຳນົດໄວ້.

