ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ອິນໂດເນເຊຍຢ່າງເປັນທາງການ

ຕອບສະໜອງຕາມຄຳເຊີນຂອງພະນະທ່ານ ໂຈໂກ ວີໂດໂດ (Joko Widodo) ປະທານນາທິບໍດີແຫ່ງ ສ.ອິນໂດເນເຊຍ, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມພັນລະຍາ ແລະ ຄະນະໄດ້ໄປຢ້ຽມຢາມໃນວັນທີ 11-12 ຕຸລານີ້ ແລະ ເປັນການຢ້ຽມຢາມຄັ້ງທຳອິດນັບແຕ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໂດຍພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ, ທີ່ທຳນຽບປະທານາທິບໍດີໂບໂກ (Bogor) ທີ່ນະຄອນຫລວງຈາກາຕາ, ຫລັງຈາກນັ້ນ ໄດ້ເຂົ້າຮ່ວມພົບປະສອງຝ່າຍຢ່າງເປັນທາງການ, ໂດຍທັງສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ສະໜັບສະນູນຊ່ວຍເຫລືອເຊິ່ງກັນ ແລະ ກັນໃນລະດັບພາກພື້ນ ແລະ ສາກົນໃນຜ່ານມາ, ພ້ອມທັງເຫັນດີສືບຕໍ່ແລກປ່ຽນຄະນະຜູ້ແທນໃນທຸກລະດັບ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນສອງປະເທດ, ພ້ອມທັງຊຸກຍູ້ການປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການບໍລິການທາງອາກາດທີ່ໄດ້ລົງນາມແລ້ວນັ້ນໃຫ້ໄດ້ຮັບຈັດຕັ້ງຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນຫລາຍຂຶ້ນ, ພ້ອມນີ້ ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ-ວັດທະນະທຳ, ສາທາລະນະສຸກ, ໂທລະຄົມມະນາຄົມ ແລະ ການສື່ສານ, ກິລາ, ທ່ອງທ່ຽວ ແລະ ຂະແໜງອື່ນໆອີກ.
ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້ ແລະ ຂອບໃຈຢ່າງຈິງໃຈລັດຖະບານອິນໂດເນເຊຍໃນການຊ່ວຍເຫລືອສະໜັບສະໜູນສ້າງຊັບພະຍາກອນມະນຸດ, ສະໜັບສະໜູນ ສປປ ລາວ ເປັນປະທານອາຊຽນປີ 2016 ຜ່ານມາ. ໃນໂອກາດນີ້, ທ່ານປະທານາທິບໍດີ ໂຈໂກ ວີໂດໂດ ໄດ້ສະແດງຄວາມຂອບໃຈຕໍ່ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ມາຢ້ຽມຢາມຄັ້ງນີ້, ພ້ອມທັງຂອບໃຈຕໍ່ລັດຖະບານລາວ ທີ່ສະໜັບສະໜູນສາທາລະນະລັດອິນໂດເນເຊໃນການສະໝັກເລືອກຕັ້ງເປັນສະມາຊິກສະພາບໍລິຫານອົງການຢູເນັດສໂກ (UNESCO) ແລະ ສະມາຊິກອົງການຈັດຕັ້ງສາກົນຕ່າງໆ, ໂດຍສະເພາະໃນຂອບອົງການສະຫະປະຊາຊາດໃນໄລຍະຜ່ານມາ.
ພາຍຫລັງພົບປະສອງຝ່າຍ ທ່ານປະທານາທິບໍດີ ໂຈໂກ ວີໂດໂດ (Joko Widodo), ທ່ານນາຍົກລັດຖະມົນຕີທ່ານ ທອງລຸນ ສີສຸລິດ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈຫລາຍສະບັບຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາຂັ້ນສູງ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການສຶກສາຂັ້ນພື້ນຖານ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຄວບຄຸມຢາເສບຕິດ, ວັດຖຸອອກລິດຕໍ່ປະສາດ ແລະ ສານເຄມີທີ່ໃຊ້ໃນການຜະລິດຢາເສບຕິດ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານສະພາການຄ້າ ແລະ ອຸດສາຫະກຳ.
ໃນການຢ້ຽມຢາມ ສ.ອິນໂດເນເຊຍຄັ້ງນີ້, ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ວາງພວງມະລາທີ່ອະນຸສາວະລີນັກຮົບແຫ່ງຊາດ ແລະ ເຂົ້າຮ່ວມເປີດກອງປະຊຸມພາກທຸລະກິດລະຫວ່າງລາວ ແລະ ອິນໂດເນເຊຍ, ພ້ອມທັງຢ້ຽມຊົມງານວາງສະແດງສິນຄ້າຂອງອິນໂດເນເຊຍອີກດ້ວຍ.

