ຟີລິບປິນຈັບສະມາຊິກກຸ່ມຕິດອາວຸດ ຊາວອິນໂດເນເຊຍຢູ່ມາລາວີ

ຕຳຫລວດຟີລິບປິນເປີດເຜີຍໃນວັນທີ 1 ພະຈິກນີ້ວ່າ: ຈັບກຸມສະມາຊິກກຸ່ມຕິດອາວຸດຊາວອິນໂດເນເຊຍ 1 ຄົນທີ່ຮ່ວມກັບກຸ່ມມືປືນທີ່ສະໜັບສະໜູນກຸ່ມລັດອິດສະລາມ ຫລື IS ໃນການສູ້ຮົບຍາວນານເຖິງ 5 ເດືອນຢູ່ເມືອງມາລາວີທາງຕອນໃຕ້ຂອງຟີລິບປິນ.
ຕຳຫລວດກ່າວວ່າ: ຊາວອິນໂດເນເຊຍ ອາຍຸ 22 ປີຖືກຈັບຢູ່ເມືອງມາລາວີ ໃນວັນທີ 1 ພະຈິກ, ພາຍຫລັງເຈົ້າໜ້າທີ່ທ້ອງຖິ່ນພົບວ່າລາວກຳລັງພະຍາຍາມຫລົບໜີ ແລະ ຊາຍດັ່ງກ່າວອາດຖືກຕັ້ງຂໍ້ຫາກະບົດ ແລະ ກໍ່ການຮ້າຍ. ກຸ່ມມືປືນທັງໃນທ້ອງຖິ່ນ ແລະ ພາຍນອກຫລາຍຮ້ອຍຄົນບຸກຍຶດເມືອງມາລາວີໃນວັນທີ 23 ພຶດສະພາຜ່ານມາ ໂດຍເຂົ້າຍຶດພື້ນທີ່ຕ່າງໆຂອງເມືອງ ໂດຍໃຊ້ພົນລະເຮືອນເປັນເກາະກຳບັງ. ປະຕິບັດການກວາດລ້າງຂອງກອງທັບຟີລິບປິນ ໂດຍການສະໜັບສະໜູນຂອງອາເມລິກາຂ້າຊີວິດຄົນໄປກວ່າ 1.100 ຄົນ ແລະ ເຮັດໃຫ້ມີຜູ້ບໍ່ມີບ່ອນຢູ່ອາໄສອີກ 400.000 ຄົນ ແລະ ບ້ານເມືອງໄດ້ຮັບຄວາມເສຍຫາຍໜັກ.
ລາຍງານລະບຸວ່າ: ຊາຍຊາວອິນໂດເນເຊຍດັ່ງກ່າວເດີນທາງມາຟີລິບປິນໃນປີຜ່ານມາ ໂດຍໄດ້ຮັບເຊີນຈາກທ່ານ ອິສນິລອນ ຮາປິລອນ ຫົວໜ້າກຸ່ມ IS ຊາວຟີລິບປິນ ເຊິ່ງເປັນໜຶ່ງໃນຜູ້ກໍ່ການຮ້າຍທີ່ລັດຖະບານອາເມລິກາກຳລັງຕ້ອງການຫລາຍທີ່ສຸດ ແລະ ຖືກສັງຫານໃນເດືອນຜ່ານມາ ພ້ອມແກນນຳອີກຄົນໜຶ່ງ. ນັກຮົບຊາວອິນໂດເນເຊຍຍອມຮັບສາລະພາບວ່າ: ກຸ່ມຂອງລາວກໍ່ເຫດໂຈມຕີຂ້າຕົວຕາຍຢູ່ນະຄອນຫລວງຈາກາຕາໃນປີ 2016 ທີ່ມີຜູ້ເສຍຊີວິດ 8 ຄົນ.

