ທຳລາຍຄີມທາຜິວ ແລະ ຄີມອາບນ້ຳ ທີ່ລອກແບບ ເກືອບ 2,000 ຕຸກ

ວັນທີ 15 ກໍລະກົດ 2024, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ທໍາລາຍສິນຄ້າ ລອກແບບ ແລະ ປອມແປງເຄື່ອງໝາຍການຄ້າປະເພດ ຄີມທາຜິວ ຍີ່ຫໍ້: Vaseline ໂດຍໃສ່ຊື່ວ່າ Veseilina ຈຳນວນ 923 ຕຸກ ແລະ ຄີມອາບນ້ຳຍີ່ຫໍ້: LUX ໂດຍໃສ່ຊື່ວ່າ LVX ຈຳນວນ 987 ຕຸກ ລວມມູນຄ່າ 33 ລ້ານກວ່າກີບ.

ສິນຄ້າທີ່ນຳມາທຳລາຍນີ້ ແມ່ນກວດພົບເຫັນຢູ່ຕາມຮ້ານຕ່າງໆໃນນະຄອນຫຼວງວຽງຈັນ ໂດຍບໍ່ມີເອກະສານຢັ້ງຢືນແຫລ່ງທີ່ມາ, ບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ, ບໍ່ໄດ້ຮັບຈົດແຈ້ງ ອຢ, ລະເມີດກົດໝາຍຊັບສິນທາງປັນຍາ (ເຄື່ອງໝາຍການຄ້າ), ກົດໝາຍປົກປ້ອງຜູ້ຊົມໃຊ້ (ບໍ່ຕິດສະຫລາກເປັນພາສາລາວ). ດັ່ງນັ້ນເຈົ້າທີ່ການຄ້າຈຶ່ງຢຶດສິນຄ້າມາໄວ້ຢູ່ສາງ ແລະ ເຊີນເຈົ້າຂອງສິນຄ້າເຂົ້າມາແກ້ໄຂຕາມກົດໝາຍ, ລະບຽບການ ຈົນສຳເລັດ. ແລ້ວນຳມາທໍາລາຍຖິ້ມດ້ວຍການຖອກລົງຖັງ.

ທ່ານ ແກ້ວພະໄທ ສູນນະລາດ ຫົວໜ້າພະແນກກວດການການຄ້າ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ລາຍງານວ່າ: ເພື່ອເປັນການສົ່ງເສີມການແຂ່ງຂັນທາງທຸລະກິດທີ່ເປັນທຳ, ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ເປັນທຳ, ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຕ້ານພຶດຕິກຳການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ, ເຮັດໃຫ້ສັງຄົມໄດ້ຮັບຮູ້ເຖິງຜົນເສຍຫາຍຈາກສິນຄ້າ ລອກແບບ, ສິນຄ້າລະເມີດເຄື່ອງໝາຍການຄ້າ, ສິນຄ້າບໍ່ໄດ້ມາດຕະຖານ, ສົ່ງຜົນກະທົບຕໍ່ໍຊີວິດ ແລະ ສຸຂະພາບຂອງຜູ້ຊົມໃຊ້.