ວັນທີ 22 ພະຈິກ 2023 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫງວຽນ ແມ໋ງ ກ໋ຽນ ຮອງປະທານຄະນະກຳມະການປະຊາຊົນ ນະຄອນຫລວງຮາໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຮ່ວມງານວາງສະແດງສິນຄ້າ ແລະ ພິທີເປີດງານບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2023 ຢູ່ທີ່ຫ້ອງວ່າການປົກຄອງ ນວ.
ທ່ານ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ສະແດງຄວາມຕ້ອນຮັບພ້ອມໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວຂອງຄະນະຜູ້ແທນນະຄອນຫຼວງຮາໂນ້ຍຄັ້ງນີ້ ພ້ອມດຽວກັນນີ້ກໍໄດ້ລາຍງານສະພາບການຂະຫຍາຍຕົວເສດຖະກິດຂອງ ນວ ການລົງທຶນ ການຮ່ວມມືຂອງນະຄອນຫລວງວຽງຈັນ ແລະ ນະຄອນຫຼວງຮາໂນ້ຍໃນໄລຍະຜ່ານມາ ການກຽມເປັນເຈົ້າພາບກອງປະຊຸມອາຊຽນປີ 2024 ການເປີດປີທ່ອງທ່ຽວລາວ ປັດຈຸບັນ ນວ ສຸມໃສ່ປັບປຸງ ແລະ ພັດທະນາສະຖານທີ່ທ່ອງທ່ຽວໃຫ້ໄດ້ມາດຕະຖານຂອງອາຊຽນ ຈາກນັ້ນກໍໄດ້ແຈ້ງໃຫ້ຮູ້ເຖິງຄວາມພ້ອມໃນການເປີດງານບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2023 ເຊິ່ງບຸນດັ່ງກ່າວແມ່ນງານບຸນປາງໃຫຍ່ຂອງປວງຊົນລາວທັງຊາດທີ່ໄດ້ປະຕິບັດສຶບທອດກັນມາຍາວນານ ພະທາດຫລວງວຽງຈັນແມ່ນສະຖານທີ່ສຳຄັນຂອງຊາວລາວ ກໍຄື ຊາວນະຄອນຫລວງວຽງຈັນ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທາງດ້ານວັດທະນາທຳທີ່ຂຶ້ນຊື່ລືນາມຂອງລາວ ແລະ ໃນການຈັດງານບຸນໃນແຕ່ລະປີກໍມີບນຍາກາດທີ່ຄຶ້ກຄື່ນມ່ວນຊື່ນ ຮັກສາໄດ້ວັດທະນາທຳຮີດຄອງປະເພນີອັນດີງາມຂອງຊາດ ແລະ ຫວັງຢ່າງຍິ່ງວ່າການເດີນທາງມາຮ່ວມງານບຸນນະມັດສະການພະທາດຫລວງວຽງຈັນ ຂອງຄະນະຜູ້ແທນນະຄອນຫລວງຮ່າໂນ້ຍ ຈະມີຄວາມເບີກບານມ່ວນຊື່ນ ມີຄວາມປະທັບໃຈກ່ຽວກັບກິດຈະກຳຕ່າງໆທີ່ຕິດພັນກັບວັດທະນາທຳຮີດຄອງປະເພນີອັນດີງາມຂອງຊາດລາວ ພ້ອມກັນນີ້ກໍຂໍເຊີນຊວນບັນດານັກທ່ອງທ່ຽວກໍຄື ຊາວນະຄອນຫລວງຮາໂນ້ຍ ເດີນທາງມາຢ້ຽມຢາມ ທ່ອງທ່ຽວ ສປປ ລາວ ເພື່ອເຮັດໃຫ້ບັນຍາກາດຂອງການເປີດປີທ່ອງທ່ຽວຂອງລາວມີຂະບວນຟົດຟື້ນ.
ທ່ານ ຮອງປະທານຄະນະກຳມະການປະຊາຊົນ ນະຄອນຫລວງຮາໂນ້ຍ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ເຊິ່ງທ່ານກໍໄດ້ລາຍງານເຖິງຈຸດປະສົງເປົ້າໝາຍທີ່ເດີນທາງມາຢ້ຽມຢາມ ສປປ ລາວຄັ້ງນີ້ ພ້ອມສະແດງຄວາມດີໃຈທີ່ການເດີນທາງມາຢ້ຽມຢາມ ນວ ອີກຄັ້ງ ເຫັນໄດ້ເຖິງຄວາມງົດງາມ ການພັດທະນາທີ່ກ້າວກະໂດດ ແລະ ໃນງານບຸນນະມັດສະການພະທາດຫລວງປີນີ້ກໍງົດງາມມີຄວາມເປັນເອກະລັກຂອງລາວ ແລະ ອວຍພອນໃຫ້ການຈັດງານມີຜົນສຳເລັດ ເຕັມໄປດ້ວຍບັນຍາກາດທີ່ມ່ວນຊື່ນຟົດຟື້ນ ພາຍຫລັງກັບຄືນປະເທດແລ້ວຈະເຊີນຊວນຊາວນະຄອນຫລວງຮາໂນ້ຍ ເຂົ້າມາທ່ຽວລາວໃຫ້ນັບມື້ນັບຫຼາຍຂຶ້ນ.