ອິນໂດເນເຊຍຂຶ້ນດອກເບ້ຍສູງສຸດໃນຮອບ 8 ປີ ເພື່ອຮັກສາຄ່າເງິນຣູເປຍ

ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍທີ່ອ່ອນຄ່າຢ່າງໜັກ, ທະນາຄານກາງອິນໂດເນເຊຍເພີ່ມອັດຕາດອກເບ້ຍສູ່ລະດັບສູງທີ່ສຸດນັບແຕ່ປີ 2016.
ວັນທີ 25 ເມສາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງອິນໂດເນເຊຍອອກຖະແຫລງການ ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,25% ມາຢູ່ລະດັບ 6,25% ໂດຍຖືເປັນລະດັບສູງທີ່ສຸດໃນຮອບ 8 ປີ ຫລື ນັບແຕ່ປີ 2016.
ການເຄື່ອນໄຫວດັ່ງກ່າວເໜືອຄວາມຄາດໝາຍຂອງນັກວິເຄາະທັງພາຍໃນ ແລະ ຕ່າງປະເທດ ວ່າກອງປະຊຸມຄະນະກໍາມະການເບິ່ງແຍງນະໂຍບາຍການເງິນຈະຍັງຮັກສາອັດຕາດອກເບ້ຍ.
ທັງນີ້, ທະນາຄານກາງອິນໂດເນເຊຍກ່າວເຖິງເຫດຜົນຂອງການປັບຂຶ້ນອັດຕາດອກເບ້ຍຄັ້ງນີ້ວ່າ: ເພື່ອຟື້ນຟູຄວາມແຂງແຮງໃຫ້ແກ່ອັດຕາແລກປ່ຽນເງິນຣູເປຍ ແລະ ການຮັກສາສະຖຽນລະພາບຂອງຄ່າເງິນຣູເປຍ ທ່າມກາງຄວາມສ່ຽງທາງເສດຖະກິດໂລກທີ່ເພີ່ມຂຶ້ນ ຈາກຄວາມຂັດແຍ່ງທາງພູມສາດໃນຫລາຍພາກພື້ນ ໂດຍສະເພາະຢູ່ຕາເວັນອອກກາງ ສົ່ງຜົນເຮັດໃຫ້ຄ່າເງິນຣູເປຍຕົກຕໍ່າໜັກທີ່ສຸດໃນຮອບ 4 ປີ ເມື່ອທຽບໃສ່ເງິນໂດລາສະຫະລັດ ໃນອາທິດຜ່ານມາ.
ລວມຍອດຜະລິດຕະພັນພາຍໃນ (GDP) ຂອງອິນໂດເນເຊຍ ເຊິ່ງມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ຂະຫຍາຍຕົວ 5,05% ໃນປີຜ່ານມາ ເຖິງວ່າດີກວ່າເປົ້າໝາຍຂອງລັດຖະບານເລັກໜ້ອຍ, ແຕ່ຫລຸດລົງຈາກສະຖິຕິຂອງປີ 2022 ເຊິ່ງ GDP ຂອງປະເທດໃນປີນັ້ນຂະຫຍາຍຕົວ 5,3%.

