ສ.ເກົາຫລີ ຜະເຊີນໄຟໄໝ້ປ່າຄັ້ງໃຫຍ່ ສັ່ງອົບພະຍົບປະຊາຊົນ 500 ກວ່າຄົນ ເຮືອນຫລັງເປ່ເພເສຍຫາຍ

ທາງການ ສ.ເກົາຫລີ ສັ່ງອົບພະຍົບປະຊາຊົນປະມານ 500 ຄົນ ໃນເມືອງຄັງນຶງ (Gangneung) ເຊິ່ງຕັ້ງຢູ່ບໍລິເວນຊາຍຝັ່ງຕາເວັນອອກຂອງປະເທດ ຫລັງເກີດໄຟໄໝ້ປ່າຄັ້ງໃຫຍ່ຂຶ້ນຢູ່ບໍລິເວນເທິງພູແຫ່ງໜຶ່ງ ກ່ອນກະແສລົມແຮງ ແລະ ສະພາບອາກາດທີ່ແຫ້ງແລ້ງຈະເຮັດໃຫ້ໄຟໄໝ້ຮຸນແຮງໜັກຈົນໄຟລຸກໄໝ້ເປັນວົງກວ້າງ.
ເຈົ້າໜ້າທີ່ມອດໄຟພະຍາຍາມເຂົ້າຄວບຄຸມສະຖານະການ ເຊິ່ງເກີດຂຶ້ນເມື່ອເວລາປະມານ 08:30 ໂມງ ຕາມເວລາທ້ອງຖິ່ນໃນວັນທີ 11 ເມສາ ໂດຍມີການສົ່ງນັກມອດໄຟເຖິງ 2.764 ຄົນ ແລະ ລົດດັບເພີງອີກ 396 ຄັນ ເຂົ້າໄປໃນສະຖານທີ່. ລາຍງານລະບຸວ່າ: ເຈົ້າໜ້າທີ່ຕ້ອງໃຊ້ເວລາເຖິງ 8 ຊົ່ວໂມງກວ່າໄຟຈະມອດ.
ລາຍງານເບື້ອງຕົ້ນຈາກສໍານັກຂ່າວ Yonhap ເປີດເຜີຍວ່າ: ມີເຮືອນ ແລະ ອາຄານປະມານ 70 ຫລັງທີ່ເປ່ເພເສຍຫາຍ. ຂະນະທີ່ເນື້ອທີ່ປ່າຖືກໄຟໄໝ້ນັ້ນກວມເນື້ອທີ່ສູງເຖິງ 379 ເຮັກຕາ. ຂະນະທີ່ມີຜູ້ບາດເຈັບ 3 ຄົນ ເປັນນັກມອດໄຟ 2 ຄົນ ແລະ ປະຊາຊົນອີກ 1 ຄົນ ແຕ່ບໍ່ມີລາຍງານຜູ້ເສຍຊີວິດ.
ອ້າງອີງ:
https://en.yna.co.kr/view/AEN20230411004854315?section=national/national

