ອິດສະລາແອນໂຈມຕີເວສແບງ ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ຮຸນແຮງສຸດໃນຮອບຫລາຍເດືອນ

      ອິດສະລາແອນ ເປີດສາກໂຈມຕີໃສ່ເຂດເວສແບງໃນທ້າຍອາທິດຜ່ານມາ ເຮັດໃຫ້ມີຊາວປາແລັສຕິນເສຍຊີວິດຢ່າງໜ້ອຍ 14 ຄົນ ໜຶ່ງໃນນັ້ນຄືເດັກນ້ອຍຜູ້ຊາຍອາຍຸ 16 ປີ ຖືເປັນໜຶ່ງໃນເຫດໂຈມຕີທີ່ມີຜູ້ເສຍຊີວິດຢູ່ເຂດເວສແບງຫລາຍທີ່ສຸດໃນຮອບຫລາຍເດືອນ.

     ກອງກໍາລັງອິດສະລາແອນເລີ່ມຖະຫລົ່ມໃສ່ຄ້າຍຜູ້ອົບພະຍົບນູຊໍາໃນວັນທີ 19 ເມສາຜ່ານມາ ກ່ອນຈະມີການຍິງຕອບໂຕ້ກັບ ກອງກໍາລັງຕິດອາວຸດຊາວປາແລັສຕິນທີ່ປະຈໍາຢູ່ໃນພື້ນທີ່ດັ່ງກ່າວໃນວັນທີ 20 ເມສາ ໂດຍທາງການອິດສະລາແອນອ້າງວ່າມີກອງກໍາລັງຕິດອາວຸດຈໍານວນໜຶ່ງເສຍຊີວິດ. ຂະນະທີ່ທະຫານອິດສະລາແອນໄດ້ຮັບບາດເຈັບຢ່າງໜ້ອຍ 4 ຄົນ.

      ນັກວິເຄາະຈໍານວນໜຶ່ງເບິ່ງວ່າສົງຄາມອິດສະລາແອນ-ຮາມັດຢູ່ເຂດກາຊາບົດບັງຄວາມຮຸນແຮງທີ່ເກີດຂຶ້ນໃນເຂດເວສແບງ ເນື່ອງຈາກມີເຫດປະທະກັນລະຫວ່າງກອງກໍາລັງອິດສະລາແອນ ແລະ ກຸ່ມຕິດອາວຸດປາແລັສຕິນເກີດຂຶ້ນເລື້ອຍໆ ໂດຍສະເພາະຢູ່ເຂດນິຄົມຊາວຢິວຂະຫຍາຍຕົວ ແລະ ລຸກລໍ້າເຂົ້າມາໃນພື້ນທີ່ຂອງຊາວປາແລັສຕິນ.

      ຂະນະທີ່ຄວາມຮຸນແຮງຢູ່ເຂດກາຊາຍັງເກີດຂຶ້ນຢ່າງຕໍ່ເນື່ອງ ເຖິງວ່າກອງທັບອິດສະລາແອນຈະປະກາດຖອນກໍາລັງອອກຈາກພື້ນທີ່ທາງຕອນໃຕ້ຂອງເຂດກາຊາແລ້ວ ໂດຍສະເພາະຢູ່ເມືອງຣາຟາ ເຊິ່ງກອງທັບອິດສະລາແອນເຊື່ອວ່າເປັນຖານທີ່ໝັ້ນສຸດທ້າຍຂອງກຸ່ມຮາມັດ ແລະ ຕົວປະກັນຊາວອິດສະລາແອນ 133 ຄົນຖືກຄວບຄຸມໄວ້ຢູ່ບ່ອນນີ້.

     ຫລ້າສຸດອິດສະລາແອນໄດ້ໂຈມຕີໃສ່ເມືອງຣາຟາທາງຕອນໃຕ້ຂອງເຂດກາຊາໃນວັນທີ 21 ເມສາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ. ສ່ວນກະຊວງສາທາລະນະສຸກປາແລັສຕິນລະບຸວ່າ: ຈໍານວນຜູ້ເສຍຊີວິດຢູ່ກາຊາສູງເກືອບ 34.100 ຄົນ ຫລັງສົງຄາມອິດສະລາແອນ-ຮາມັດກໍາລັງເຂົ້າສູ່ເດືອນທີ 7.

ອ້າງອີງ: