ອິນເດຍຜະເຊີນມົນລະພິດທາງອາກາດ ຢ້ານຊ້ຳຕື່ມວິກິດໂຄວິດ-19

ຊາວອິນເດຍພົບວິກິດຊ້ອນວິກິດ ຈາກຝຸ່ນພິດທີ່ຢູ່ໃນລະດັບເປັນອັນຕະລາຍຕໍ່ສຸຂະພາບ. ຂະນະທີ່ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເຖິງ 8,8 ລ້ານຄົນແລ້ວ.
ສຳນັກຂ່າວ AP ລາຍງານການສະເຫລີມສະຫລອງເທດສະການດີວາລີ ຫລື ເທດສະການແຫ່ງແສງຂອງຊາວຮິນດູ ໃນປະເທດອິນເດຍ ເຊິ່ງປີນີ້ຕ້ອງຜະເຊີນທັງສະພາບການລະບາດຂອງໂຄວິດ-19 ທີ່ດຳເນີນມາແຕ່ຕົ້ນປີ ແລະ ມົນລະພິດທາງອາກາດທີ່ເຂົ້າຂັ້ນຮຸນແຮງ ຈົນເຮັດໃຫ້ທາງການຕ້ອງຂໍການຮ່ວມມືນຳປະຊາຊົນໃຫ້ງົດການລວມຕົວກັນ ແລະ ງົດການຈູດດອກໄມ້ໄຟທີ່ອາດເຮັດໃຫ້ອາກາດເພີ່ມຄວາມຮ້າຍແຮງອີກ.
ປົກກະຕິແລ້ວ ຊາວອິນເດຍມັກຈະສະຫລອງເທດສະການດີວາລີດ້ວຍການພົບປະ ແລະ ແລກປ່ຽນຂອງຂວັນກັບພີ່ນ້ອງ ແລະ ໝູ່ເພື່ອນ, ຈູດທຽນ ແລະ ຕະກຽງ ເຊິ່ງເປັນສັກຍາລັກຂອງແສງສະຫວ່າງ ແລະ ນິຍົມຈູດດອກໄມ້ໄຟ ເຊິ່ງເປັນທຳນຽມຂອງການສະຫລອງເທດສະການສຳຄັນຕ່າງໆ.
ແຕ່ສຳລັບປີນີ້ ຢູ່ນະຄອນຫລວງນິວເດລີກຳລັງຜະເຊີນວິກິດ ທັງພະຍາດລະບາດ ແລະ ຝຸ່ນຄວັນ ເຮັດໃຫ້ທາງການຕ້ອງໃຊ້ວິທີຖ່າຍທອດສົດພິທີສູດມົນທາງໂທລະພາບ ແລະ ໂຊຊຽວມີເດຍ ເພື່ອທົດແທນການລວມຕົວກັນຢູ່ບໍລິເວນສະຖານທີ່ທາງສາສະໜາ, ມີການສົ່ງຂໍ້ຄວາມຜ່ານທາງແອັບພລິເຄຊັນ WhatsApp ເພື່ອຂໍໃຫ້ປະຊາຊົນຢູ່ແຕ່ເຮືອນ.
ຂໍ້ມູນຈາກເວັບໄຊ aqicn ລະບຸວ່າ: ອິນເດຍເປັນປະເທດທີ່ມີສະພາບບໍ່ດີທີ່ສຸດໃນໂລກ, ໃນວັນທີ 15 ພະຈິກ ໂດຍຕອນກາງເວັນ ນະຄອນຫລວງນິວເດລີມີຄ່າຝຸ່ນ PM2.5 ສູງສຸດຢູ່ທີ່ 311 ໄມໂຄຣກຣຳຕໍ່ລູກບາດແມັດ ເຊິ່ງຖືວ່າຢູ່ໃນລະດັບອັນຕະລາຍ (Hazardous) ແລະ ແນະນຳໃຫ້ທຸກຄົນງົດກິດຈະກຳກາງແຈ້ງທັງໝົດ.
ຂະນະທີ່ເວັບໄຊ worldometers ເປີດເຜີຍຕົວເລກວ່າ: ອິນເດຍມີຜູ້ຕິດເຊື້ອໂຄວິດ-19 ສະສົມ 8.814.902 ຄົນ, ເສຍຊີວິດ 129.674 ຄົນ.

