ໂຮງຮຽນເປັນເບົ້າຫລໍ່

ໂດຍ: ກ້ອງສ່ອງ ອິດສະຫລະ
ເຖິງວ່າວັນຄູແຫ່ງຊາດ 7 ຕຸລາໄດ້ຜ່ານພົ້ນໄປແລ້ວກໍຕາມ, ແຕ່ບັນຍາກາດແຫ່ງການສະເຫລີມສະຫລອງວັນດັ່ງກ່າວກໍຍັງມີອາຍອຸ່ນ ແລະ ໂອບເອື້ອດ້ວຍຄວາມໝາຍ. ບັນດາເຫລົ່າຄູ-ອາຈານເຮົາທັງຫລາຍຕ່າງກໍດີໃຈທີ່ພັກ ແລະ ລັດຖະບານໄດ້ໃຫ້ຄວາມສໍາຄັນ ໂດຍກໍານົດໃຫ້ມີວັນຂອງຕົນຂຶ້ນໃນຍຸກສະໄໝນີ້ນັ້ນກໍຄື “ວັນຄູແຫ່ງຊາດ” ໂດຍຖືເອົາວັນດັ່ງກ່າວ, ເຫລົ່າຄູ-ອາຈານທັງຫລາຍຕ່າງກໍໄດ້ມີໂອກາດພັກຜ່ອນຢ່ອນກາຍ, ພົບປະສ້າງສັນສະເຫລີມສະຫລອງວັນຄູໃຫ້ມີບັນຍາກາດ ແລະ ມີຄວາມໝາຍໃນຊີວິດຂອງອາຊີບການເປັນຄູ. ອັນສໍາຄັນແມ່ນໄດ້ພາກັນສໍາຫລວດກວດກາຈຸດດີ, ຈຸດອ່ອນແຫ່ງພາລະກິດຂອງຕົນໃນໜຶ່ງປີທີ່ຜ່ານມາ ເພື່ອເສີມຂະຫຍາຍດ້ານດີ ແລະ ປັບປຸງແກ້ໄຂດ້ານອ່ອນ ແລະ ຄ້າງຄາຕ່າງໆ ແລະ ຈໍາກັດປັດເປົ່າຢ່າງຈິງຈັງ ແລະ ເດັດຂາດ.
ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ຄູ-ອາຈານປຽບເໝືອນແມ່ພິມຂອງຊາດ, ໂຮງຮຽນກໍປຽບເໝືອນເບົ້າຫລໍ່ສ້າງຄົນໃຫ້ມີຄວາມຮູ້. ສະນັ້ນ ຈຶ່ງເວົ້າໄດ້ວ່າ, ໂຮງຮຽນກັບຄູ-ອາຈານມັນຕິດພັນ, ມີສາຍກ່ຽວພັນເຊິ່ງກັນ ແລະ ກັນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ຫລື ຖ້າຈະເວົ້າຕາມຫລັກປັດຊະຍາແລ້ວ, ໂຮງຮຽນກັບຄູ-ອາຈານກໍປຽບເໝືອນຄູ່ມາດຕະເກນທີ່ຄຽງຄູ່ກັນ ແລະ ຢູ່ຮ່ວມກັນໄຕ້ຮົ່ມສາຍຄາຂອງບໍ່ບໍາເພັນສ້າງຊັບພະຍາກອນມະນຸດ ເພື່ອອອກຮັບໃຊ້ຊາດ ແລະ ສັງຄົມ. ບົນພື້ນຖານທີ່ຕັ້ງພາລະບົດບາດທີ່ໄດ້ກ່າວມາຂ້າງເທິງຈຶ່ງເວົ້າໄດ້ວ່າ, ໂຮງຮຽນ ແລະ ສະຖາບັນການສຶກສາຈຶ່ງມີບົດບາດສໍາຄັນ ແລະ ມີຄຸນປະໂຫຍດຢ່າງໃຫຍ່ຫລວງຕໍ່ຄົນເຮົາທີ່ເກີດມາໃນແຕ່ລະຍຸກແຕ່ລະສະໄໝ. ຄູ-ອາຈານໄດ້ອອກເຫື່ອເທແຮງອຸທິດຕົນຖ່າຍເທຄວາມຮູ້ເພື່ອສິດສອນໃຫ້ພວກເຮົາຕັ້ງແຕ່ນ້ອຍຈົນໃຫຍ່ມີຄວາມຮູ້ຄວາມຫລັກ, ມີວຽກເຮັດງານທໍາ, ມີອາຊີບລ້ຽງປາກລ້ຽງທ້ອງ, ເປັນຄົນຮູ້ຜູ້ດີ, ເປັນພະນັກງານຂອງພັກຂອງລັດ, ເປັນເຈົ້າເປັນນາຍ ແລະ ເປັນພົນລະເມືອງທີ່ດີຂອງຊາດ ກໍແມ່ນຍ້ອນຄູ-ອາຈານທັງນັ້ນ.
ຍ້ອນເຫັນໄດ້ໄຕ້ຮົ່ມສາຍຄາຂອງໂຮງຮຽນທີ່ມີຄຸນປະໂຫຍດຢ່າງລົ້ນເຫລືອ, ຍາມໃດພັກ ແລະ ລັດຖະບານເຮົາກໍເຫັນຄວາມສໍາຄັນ ແລະ ສ້າງກາລະໂອກາດໃຫ້ເດັກນ້ອຍເຍົາວະຊົນ ແລະ ຊາວໜຸ່ມໃນແຕ່ລະຍຸກສະໄໝໃຫ້ກາຍເປັນຜູ້ສືບທອດພາລະກິດຂອງຊາດ. ທັດສະນະຂອງພັກທີ່ສະແດງອອກໃນດ້ານທິດສະດີນັ້ນກໍແມ່ນຖືເອົາການບຸກທະລຸໃນດ້ານການສ້າງຊັບພະຍາກອນມະນຸດເປັນໜຶ່ງໃນແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ. ຢາກບັນລຸຕາມເປົ້າໝາຍທີ່ຄາດກະໄວ້ ກ່ອນອື່ນໝົດຕ້ອງວາງນະໂຍບາຍການສຶກສາໄປຕາມ 3 ລັກສະນະ 5 ຫລັກໝູນຂອງລະບົບການສຶກສາ. ນອກນັ້ນ ກໍເລັ່ງກໍ່ສ້າງພື້ນຖານທາງດ້ານວັດຖຸເຕັກນິກ ເພື່ອເຮັດໃຫ້ການສຶກສາເດີນແມ່ນແລ່ນສະດວກ ເຊິ່ງມາຮອດປັດຈຸບັນໂຮງຮຽນປະຖົມ ແລະ ມັດທະຍົມໄດ້ຮັບການກໍ່ສ້າງຂຶ້ນເກືອບທຸກບ້ານ ແລະ ທຸກເມືອງແມ່ນມີໂຮງຮຽນມັດທະຍົມສົມບູນເປັນຂອງຕົນເອງ. ນອກຈາກຂະຫຍາຍໂຮງຮຽນຂອງລັດແລ້ວ, ຂອງເອກະຊົນກໍໄດ້ເຕີບໃຫຍ່ຢ່າງກວ້າງຂວາງ, ພາບທີ່ເດັ່ນສຸດແມ່ນຢູ່ຕາມຕົວເມືອງໃຫຍ່ໄດ້ມີໂຮງຮຽນວິທະຍາໄລ, ມະຫາວິທະຍາໄລພາກລັດ ແລະ ເອກະຊົນເກີດຂຶ້ນຕາມຄວາມຮຽກຮ້ອງຕ້ອງການ ກໍຄືການຂະຫຍາຍຕົວຂອງສັງຄົມ. ສິ່ງທີ່ຜູ້ຂຽນໄດ້ຍົກຂຶ້ນມານີ້ ແມ່ນຜົນງານສິ້ນໃຫຍ່ໆ ພາຍຫລັງທີ່ປະເທດຊາດຂອງພວກເຮົາໄດ້ຮັບການປົດປ່ອຍ, ມີເອກະລາດ, ປະຊາທິປະໄຕມາໄດ້ 40 ກວ່າປີມານີ້.
ເຖິງຢ່າງໃດກໍດີ, ຕາມຜູ້ຂຽນວ່າອີງໃສ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນໄລຍະປ່ຽນແປງໃໝ່ພວກເຮົາຕ້ອງເບິ່ງໃນຫລາຍແງ່ມຸມ ແລະ ແກ້ໄຂບັນດາສິ່ງຄ້າງຄາໃນບາງດ້ານ ເປັນຕົ້ນຕ້ອງເຮັດໃຫ້ໂຮງຮຽນ ແລະ ສະຖາບັນການສຶກສາກາຍເປັນເບົ້າຫລໍ່ສ້າງຄົນໃຫ້ເປັນຄົນຢ່າງແທ້ຈິງ, ອັນໂຕທີເປັນບັນຫາຫລັກໆກໍແມ່ນສ້າງຄົນໃຫ້ເປັນຄົນດີຮຽນເກັ່ງ, ເປັນຄົນທີ່ມີຄຸນສົມບັດທັດສະນະນອບນ້ອມຖ່ອມຕົນ, ເປັນຄົນຮູ້ບຸນຮູ້ຄຸນພໍ່ແມ່ ແລະ ຄູບາອາຈານ. ສ່ວນວ່າມາດຕະຖານຂອງໂຮງຮຽນນັ້ນກໍຕ້ອງແມ່ນໂຮງຮຽນສີຂຽວ, ໂຮງຮຽນປອດຢາເສບຕິດ ແລະ ໂຮງຮຽນຕົວແບບຈຶ່ງຈະສົມກັບວ່າໂຮງຮຽນເປັນເບົ້າຫລໍ່ຄົນໃຫ້ມີຄວາມຮູ້.

