ການສຶກສາພັດທະນາຄົນ ພັດທະນາຊາດ ຢ່າປະໝາດ ແລະ ດ້ອຍຄ່າການສຶກສາ

ໂດຍ: ທິດກໍ່າ

ວັນທີ 1 ກັນຍາ 2025 ປີນີ້ ເປັນມື້ໄຂສົກຮຽນໃໝ່ 2025-2026 ຢ່າງເປັນທາງການໃນທົ່ວປະເທດ. ສໍາລັບປີນີ້ ວັນທີ 1 ກັນຍາ ພໍດີກົງເປະກັບວັນຈັນ ອັນເປັນວັນຕົ້ນອາທິດໜຶ່ງຂອງເດືອນກັນຍາ ມື້ນີ້ເປັນມື້ທີ 3 ຂອງການໄຂສົກຮຽນໃໝ່.

ກ່ອນຮອດມື້ເປີດສົກຮຽນໃໝ່ ທຸກສະຖາບັນການສຶກສາ ໂດຍສະເພາະຂັ້ນປະຖົມ, ມັດທະຍົມ ທັງພາກລັດ ແລະ ເອກະຊົນຕ່າງກໍມີການກຽມພ້ອມໃຫ້ແກ່ການເປີດສົກຮຽນໃໝ່ຂອງຕົນເຊັ່ນ: ບູລະນະປົວແປງອາຄານສະຖານທີ່ຕາມຈຸດທີ່ມັນຊຸດໂຊມເປ່ເພ, ສ້ອມແປງໂຕະຕັ່ງ ແລະ ຈັດຈ້າງຈັດຊື້ວັດຖຸອຸປະກອນເພື່ອຮັບໃຊ້ເຂົ້າໃນການສິດສອນ. ສ່ວນພໍ່ແມ່ນັກຮຽນກໍຈັດຫາ, ຈັດຊື້ອຸປະກອນການຮຽນ ຕະຫລອດເຄື່ອງນຸ່ງ, ເຄື່ອງແບບພັບຕໍາລາຮຽນອັນຈໍາເປັນ. ແຕ່ອັນສໍາຄັນ ແລະ ໜັກໜ່ວງທີ່ສຸດກໍຄືເງິນຄ່າຈ້າງຮຽນ ນັບທັງຄ່າທໍານຽມຕ່າງໆໃຫ້ລູກເພື່ອໃຫ້ໄດ້ເຂົ້າຮຽນຕາມຈຸດປະສົງ. ນີ້ມັນກໍຄືການສ້າງອະນາຄົດອັນສົດໃສ ກໍຄືການລົງທຶນລົງຮອນເພື່ອສ້າງລູກໃຫ້ເປັນຄົນດີ, ມີຄວາມຮູ້, ເປັນລູກຜູ້ທີ່ດີຂອງພໍ່ແມ່ ທັງເປັນທຶນຮອນອັນປະເສີດຂອງຄອບຄົວ ແລະ ປະເທດຊາດ.

ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ການສຶກສາຮໍ່າຮຽນປຽບເໝືອນເບົ້າຫລໍ່ຫລອມເອົາຄົນໃຫ້ມີຄວາມຮູ້ສາດຕະສິນຕາມ 5 ຫລັກມູນຂອງການສຶກສາທີ່ພັກ ແລະ ລັດຖະບານເຮົາວາງອອກຄື: ປັນຍາສຶກສາ, ສິລະປະສຶກສາ, ຄຸນສົມບັດສຶກສາ, ພາລະສຶກສາ ແລະ ແຮງງານສຶກສາ. ເມື່ອຫວນຄືນເບິ່ງປະຫວັດສາດກ່ອນໜ້ານີ້ຫລາຍຮ້ອຍປີ ໂດຍສະເພາະນັບແຕ່ປະເທດຊາດຂອງພວກເຮົາໄດ້ຕົກເປັນຫົວເມືອງຂຶ້ນຂອງສັກດີນາ ແລະ ຈັກກະພັດເຂົ້າມາຮຸກຮານຍຶດເອົາປະເທດລາວເປັນຫົວເມືອງຂຶ້ນ ປະຊາຊົນລາວບັນດາເຜົ່າ 99% ແມ່ນກືກໜັງສື ເພາະບໍ່ມີໂຮງຮຽນ, ຜູ້ທີ່ຮູ້ໜັງສືອ່ານໄດ້ຂຽນເປັນແດ່ກໍມີແຕ່ທິດກັບຈານທີ່ສິກອອກມາແຕ່ວັດ. ການຜະລິດ ການອອກເຮັດໄຮ່ໄຖນາແມ່ນເປັນໄປຕາມມີຕາມເກີດອີງໃສ່ທໍາມະຊາດເປັນຫລັກ ບໍ່ມີຫົວຄິດປະດິດສ້າງໃນການປູກຝັງລ້ຽງສັດ, ທຸລະກິດການຄ້າການຂາຍແມ່ນຈໍາກັດທີ່ສຸດ. ເວົ້າໄດ້ວ່າປະເທດເຮົາໃນຍຸກນັ້ນແມ່ນບໍ່ມີໂຮງຈັກໂຮງງານ, ບໍ່ມີໂຮງຮຽນໂຮງໝໍ, ບໍ່ມີການພັດທະນາທີ່ກ້າວໄກຍ້ອນປະຊາກອນລາວກືກໜັງສື ແລະ ຖືກຄອບງໍາຈາກຕ່າງຊາດເປັນສ່ວນໃຫຍ່, ປະເທດຊາດກໍດ້ອຍພັດທະນາທຸກຍາກລ້າຫລັງ.

ພໍຕົກມາໃນຍຸກບ້ານເມືອງມີການປ່ຽນແປງການປົກຄອງຈາກລະບອບສັກດີນາມາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພັກ ແລະ ລັດຖະບານໄດ້ວາງແນວທາງຖືເອົາການສຶກສາໄປກ່ອນບາດກ້າວໜຶ່ງ ທັງເລັ່ງໃຫ້ພາກັນລົບລ້າງການກືກໜັງສື ແລະ ວາງຄາດໝາຍໃຫ້ຈົບຊັ້ນປະຖົມຈົນມີຜົນສໍາເລັດ ແລະ ໃນອະນາຄົດອັນບໍ່ໄກກໍຕ້ອງໃຫ້ຈົບຂັ້ນມັດທະຍົມ ແລະ ມີວິໄສທັດກ້າວໄປຮອດຈົບຂັ້ນອຸດົມໃນທົ່ວປະເທດ ເພາະເຫັນວ່າມີແຕ່ການສຶກສາທີ່ດີເທົ່ານັ້ນຈຶ່ງຈະສ້າງຄົນໃຫ້ມີຄວາມຮູ້ຄວາມຫລັກເພື່ອສ້າງສາພັດທະນາປະເທດຊາດບ້ານເມືອງໃຫ້ຈະເລີນພັດທະນາກ້າວໜ້າໄດ້. ຕົວຢ່າງທີ່ສະແດງໃຫ້ເຫັນປະເທດອື່ນໆໃນພາກພື້ນ ແລະ ໃນໂລກທີ່ເຂົາຈະເລີນກວ່າເຮົາຍ້ອນເຂົາມີການສຶກສາດີ, ສ້າງຄົນມີຄວາມຮູ້ສະຫລາດຫລັກແຫລມ, ສັດຊື່ມີຄຸນນະທໍາ ຖືຊາດເປັນໃຫຍ່ ເລັ່ງພັດທະນາບ້ານເມືອງຈຶ່ງມີຄວາມຈະເລີນຮຸ່ງເຮືອງກວ່າເຮົາ. ຄົນໃດຖືເບົາຕໍ່ການສຶກສາຖືວ່າຜູ້ນັ້ນຄິດຜິດພາດ ເພາະການສຶກສາຄືການພັດທະນາຄົນ, ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.