ລັດຖະມົນຕີສຶກສາຫ້າມຄູຢູ່ແຂວງຈຳປາສັກຍ້າຍໄປເຮັດວຽກອື່ນໄລຍະຂາດເຂີນຄູສອນ

ແຫລ່ງຂ່າວສຶກສາ-ກິລາ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ນາງ ແສງເດືອນ ຫລ້າຈັນທະບູນ, ໄດ້ສັ່ງບໍ່ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາ-ກິລາເມືອງແຂວງຈຳປາສັກອະນຸຍາດໃຫ້ຄູ-ອາຈານຍົກຍ້າຍໄປເຮັດວຽກຢູ່ຂະແໜງອື່ນເດັດຂາດ, ພາຍຫລັງເຫັນວ່າປັດຈຸບັນຍັງຂາດເຂີນຄູສອນຈຳນວນຫລາຍ.
ການຫ້າມດັ່ງກ່າວ, ມີຂຶ້ນໃນໂອກາດໂອ້ລົມຜູ້ບໍລິຫານການສຶກສາ-ກິລາຂອງ ແຂວງດັ່ງກ່າວເມື່ອບໍ່ດົນມານີ້, ໂດຍທ່ານນາງ ແສງເດືອນ ຫລ້າຈັນທະບູນ ໄດ້ ເນັ້ນໃຫ້ຜູ້ບໍລິຫານການສຶກສາ-ກິລາ, ພະນັກງານ, ຄູ-ອາຈານ ເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຜັນຂະຫຍາຍວຽກງານພັດທະນາການສິດ-ສອນໄປຕາມ 3 ລັກສະນະ 5 ຫລັກມູນຂອງຂະແໜງສຶກສາວາງອອກໃຫ້ສໍາເລັດຜົນເທື່ອລະກ້າວ ແລະ ຫ້າມບໍ່ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ອະນຸຍາດໃຫ້ພະນັກງານ, ຄູ-ອາຈານຍົກຍ້າຍໄປເຮັດວຽກຢູ່ຂະແໜງອື່ນເດັດຂາດ, ເນື່ອງຈາກໄລຍະຍັງຢູ່ໃນສະພາບຂາດເຂີນຄູສອນເປັນຈຳນວນຫລາຍ.

