ປກສ ແຂວງຫົວພັນ ລົງທໍາລາຍໄຮ່ຢາຝິ່ນທີ່ປະຊາຊົນລັກລອບປູກ ເນື້ອທີ່ 5 ເຮັກຕາ

ວັນທີ 7 ກຸມພາ 2024, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫົວພັນ ໄດ້ລົງທໍາລາຍໄຮ່ຢາຝິ່ນຂອງປະຊາຊົນ ບ້ານລອງແກ້ວ ເມືອງແອດ ແຂວງຫົວພັັນ ທີ່ມາລັກລອບປູກຝິ່ນ ຢູ່ເຂດນ້ຳອີ້ ເມືອງຊຳເໜືອ ແຂວງຫົວພັນ ເນື້ອທີ່ 5 ເຮັກຕາ.

ການທຳລາຍຄັ້ງນີ້ ໂດຍການໃຊ້ຜ້າຖາງ, ໃຊ້ໄມ້ຝາດ ແລະ ລົກຕົ້ນອ່ອນອອກ ເພື່ອບໍ່ໃຫ້ສາມາດປົ່ງຄືນໄດ້ອີກ.  ພາຍຫລັງທຳລາຍແລ້ວເຈົ້າໜ້າທີ່ໄດ້ນຳເອົາເຈົ້າຂອງໄຮ່ຜູ້ລັກລອບປູກຝິ່ນມາສຶກສາອົບຮົມກ່າວເຕືອນ ແລະ ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍໄພອັນຕະລາຍຂອງຢາຝິ່ນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.