ສື່ມວນຊົນລາວ – ຈີນ ໄດ້ຮຽນຮູ້ແລກປ່ຽນປະສົບການ ວິເຄາະຂ່າວ ຮ່ວມກັນເປັນຄັ້ງທຳອິດ.

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ວິທະຍຸ- ໂທລະພາບສູນກາງຈີນ (CMG) ປະຈຳລາວ ໄດ້ຈັດຊຸດສຳມະນາ ການວິເຄາະຂ່າວ ຄັ້ງທຳອິດ ຂອງສູນວິເຄາະຂ່າວຢູ່ລາວ ຂຶ້ນໃນ ວັນທີ 1 ທັນວາ 2023, ໃນແບບເຊິ່ງໜ້າ ແລະ ອອນລາຍ ມີນັກຂ່າວສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນທົ່ວປະເທດເຂົ້າຮ່ວມ.
ຈຸດປະສົງເພື່ອສ້າງນັກຂ່າວສື່ມວນຊົນຜູ້ວິເຄາະຂ່າວໃຫ້ກາຍເປັນນັກວິເຄາະຂ່າວມືອາຊີບ, ເປັນນັກວິເຄາະຂ່າວທີ່ດີມີຮູບແບບໃນການຂຽນບົດວິເຄາະ, ສົ່ງເສີມຈິດໃຈຮັກເຊື້ອແພງຊາດ, ຮູ້ຈຳແນກມິດ, ສັດຕູ, ເສີມສ້າງຄວາມສາມັກຄີ, ຕຳນິສ່ອງແສງສະພາບທີ່ບໍ່ດີໃນສັງຄົມ, ສ້າງບັນຍາກາດຫາງສຽງທີ່ດີໃຫ້ສະພາບລວມແຫ່ງການພັດທະນາປະເທດຊາດ.
ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຜູ້ຊີ້ນຳວຽກງານຖະແຫລງຂ່າວ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ມີຄວາມສຳຄັນຕໍ່ການພົວພັນຮ່ວມມືລະຫວ່າງສື່ມວນຊົນ ລາວ – ຈີນ ເພາະເປັນການຮຽນຮູ້ບົດຮຽນ ຫລັກການ ແລະ ວິທີການໃນການຂຽນຂ່າວ ວິເຄາະຂ່າວໃຫ້ນັກຂ່າວລາວ ໃນການວິເຄາະສ່ອງແສງໃຫ້ເຫັນສະພາບບໍ່ດີໃນສັງຄົມ,ສ້າງບັນຍາກາດຫາງສຽງທີ່ດີໃຫ້ສະພາບກວມລວມແຫ່ງການພັດທະນາປະເທດຊາດ.

