ເມືອງຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບ 18 ລາຍການ ທີ່ຢຶດໄດ້ຈາກຮ້ານຄ້າ

ວັນທີ 23 ມັງກອນ 2024, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ທຳລາຍສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບ 18 ລາຍການ ລວມມູນຄ່າ 31 ລ້ານກວ່າກີບ ທີ່ເ ກວດຢືດໄດ້ຈາກຮ້ານຄ້າ ແລ້ວນຳມາຈູດທຳລາຍຖິ້ມ.

ທ່ານ ແສງປະເສິດ ຫລວງໄຊ ຫົວໜ້າຫ້ອງອຸດສາຫະກຳ ແລະ ການຄ້າເມືອງ ຕົ້ນເຜິ້ງ ໃຫ້ຮູ້ວ່າ: ຜ່ານການຕິດຕາມກວດກາສິນຄ້າຢູ່ຮ້ານຄ້າຂາຍຍົກ-ຂາຍຍ່ອຍ ພາຍໃນເມືອງ ແມ່ນພົບຮ້ານຄ້າຈໍານວນໜຶ່ງ ຍັງວາງຂາຍສິນຄ້າທີ່ໜົດອາຍຸ ແລະ ເສື່ອມຄຸນນະພາບ, ສິນຄ້າຈຳນວນ18 ລາຍການ ທີ່ນຳມາຈູດທຳລາຍຄັ້ງນີ້ມີ: ໜີ່ສຳເລັດຮູບ, ເຂົ້າໜົມ, ເຄື່ອງເທດຈີນ, ນໍ້າອັດລົມ, ຜົງນໍ້າປັ່ນ, ຄະນໍ, ເຄື່ອງປຸງລົດ, ຊາໄຂ່ມຸກ, ເຄື່ອງປຸງອາຫານ, ນໍ້າຊັອດ, ຜົງໂກໂກ, ນົມຜົງ, ນົມຂຸ້ນ, ນົມກະປ໋ອງ ແລະ ອື່ນໆ

ພ້ອມນີ້ ໄດ້ສ້າງບົດບັນທຶກກ່າວເຕືອນບັນດາເຈົ້າຂອງຮ້ານຄ້າ ບໍ່ໄດ້ກະທຳຕື່ມອີກ ນີ້ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກ-ບໍລິໂພກ ໃຫ້ໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບດີ, ມີປະໂຫຍດ ແລະ ປອດໄພຕໍ່ຊີວິດການເປັນຢູ່.