ປະກາດນະຄອນຫລວງວຽງຈັນ ເປັນນະຄອນສຸຂານາໄມ

ປະກາດ ວັນທີ 14 ກໍລະກົດ 2022 ນີ້ ໄດ້ມີພິທີປະກາດນະຄອນຫລວງວຽງຈັນ ເປັນນະຄອນສຸຂານາໄມ, ມີທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້່າຄອງນະຄອນຫລວງວຽງຈັນ, ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ ຫົວໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຕົວແທນຈາກແຂວງ, ກະຊວງ, ຫ້ອງການຕ່າງໆ ແລະ ຄູ່ຮ່ວມພັດທະນາ ເຂົ້່່າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ຕາມແຜນພວກເຮົາຕັ້ງເປົ້າຈະໃຫ້ສໍາເລັດວຽກສຸຂະອະນາໄມໃນປີ 2023 ແຕ່ທາງນະຄອນຫລວງວຽງຈັນສາມາດຈັດຕັ້ງປະຕິບັດ ແລະ ປະກາດນະຄອນຫລວງໄດ້ກ່ອນ ຍ້ອນການຈັດຕັ້ງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນໄດ້ເອົາໃຈໃສ່ ປະກອບສ່ວນປັບປຸງດ້ານສຸຂະ-ອະນາໄມໃຫ້ດີຂຶ້ນ ແລະ ສະພາບແວດລ້ອມທີ່ສະອາດ ເຮັດໃຫ້ຊາວນະຄອນຫລວງວຽງຈັນ ຫລາຍກວ່າ 800.000 ຄົນ ມີສຸຂະພາບແຂງແຮງ.

ລັດຖະບານ ສປປ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດ ຊຸມຊົນເປັນເຈົ້າການວຽກສຸຂານາໄມໃນປີ 2008 ແລະ ດ້ວຍຄວາມພະຍາຍາມ ແລະ ຄວາມສູ້ຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍມາຫຼາຍປີ, ທາງຊຸມຊົນໂດຍການສະໜັບສະໜູນຈາກພາກລັດ ແລະ ຄູ່ຮ່ວມງານຕ່າງໆ ເຮັດໃຫ້ມີຂະບວນການອັນຂັນແຂງ ແລະ ມີຄວາມຄືບໜ້າໃນທົ່ວປະເທດ, ຊຶ່ງອີງໃສ່ຄວາມຄືບໜ້າດັ່ງກ່າວນີ້ລັດຖະບານ ກຽມສ້າງແຜນການແຫ່ງຊາດເພື່ອຢຸດການຖ່າຍຊະຊາຍໃຫ້ໄດ້ໃນປີ 2025.

ການຂາດສິ່ງອໍານວຍຄວາມສະດວກດ້ານສຸຂາພິບານທີ່ເໝາະສົມ ສົ່ງຜົນກະທົບຕໍ່ສຸຂະພາບຂອງເດັກນ້ອຍ ເຮັດໃຫ້ເກີດການລະບາດຂອງພະຍາດຕ່າງໆ, ໂດຍສະເພາະທຸກປີມີເດັກນ້ອຍຫຼາຍກວ່າ 700 ຄົນເສຍຊີວິດຍ້ອນພະຍາດຖອກທ້ອງໃນທົ່ວປະເທດ ແລະ ມີເດັກ 1 ໃນ 3 ຄົນ ເປັນພະຍາດຂາດສານອາຫານແບບຊໍາເຮື້ອ.

ຕ່ໍສະພາບດັ່ງກ່າວ ອົງການຢູນີເຊັບ ປະຈໍາ ສປປ ລາວ ມີຄວາມມຸ່ງໝັ້ນເຮັດວຽກກັບລັດຖະບານ, ຊຸມຊົນ ແລະ ຄູ່ຮ່ວມງານ ເພື່ອບັນລຸເປົ້າສຸຂາພິບານທີ່ຕັ້ງໄວ້ເພື່ອໃຫ້ເດັກນ້ອຍທຸກຄົນໄດ້ຮັບຜົນປະໂຫຍດສູງສຸດ.

ປັດຈຸບັນ, ປະເທດລາວ ມີຫລາຍກວ່າ 5.000 ບ້ານ, 37 ເມືອງ ແລະ 2 ແຂວງທີ່ບັນລຸເປົ້າໝາຍໄດ້ແລ້ວ.

ພາບຂ່າວ: ອົງການອຸຍນີເຊັບປະຈຳລາວ