ເມືອງຍອດອູ ແລະ ເມືອງຈຽງເຊິນ ສປ ຈີນ ຮ່ວມມືສະກັດກັ້ນກຸ່ມຄົນບໍ່ດີທີ່ລັກລອບຂົນສົ່ງ ແລະ ຊື້-ຂາຍຢາເສບຕິດ ເຂົ້າ-ອອກຊາຍແດນ

ວັນທີ 28 ທັນວາ 2023, ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຄວາມສະຫງົບ 6 ເດືອນທ້າຍປີ 2023 ລະຫວ່າງກອງບັນຊາການ ປກສ ເມືອງຍອດອູ ແຂວງຜົ້ງສາລີ ກັບ ກອງບັນຊາການຕໍາຫລວດເມືອງຈຽງເຊິນ ນະຄອນພູເອີ ແຂວງຢູນນານ ແຫ່ງ ສປ ຈີນ, ມີ ພັທ ລີ ປັນແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງຍອດອູ ແຂວງຜົ້ງສາລີ ແລະ ພັອ ລີຊຽງຢີ ຫົວໜ້າກອງບັນຊາການຕໍາຫລວດເມືອງຈຽງເຊິນ, ນະຄອນພູເອີ, ແຂວງຢູນນານ ແຫ່ງ ສປ ຈີນ.

ໃນກອງປະຊຸມ, ທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານນັບແຕ່ການພົບປະແລກປ່ຽນບົດຮຽນ, ໂດຍຫັນເອົາພະນັກງານລົງຊຸກຍູ້ວຽກງານປ້ອງກັນຄວາມສະຫງົບໂດຍເລັ່ງໃສ່ບັນດາກຸ່ມບ້ານທີ່ຕິດກັບຊາຍແດນ ເພື່ອສະກັດກັ້ນການລັກລອບເຂົ້າ-ອອກເມືອງຜິດກົດໝາຍຂອງພົນລະເມືອງທັງສອງປະເທດ, ພ້ອມທັງລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ລະບຽບການເຂົ້າ-ອອກຊາຍແດນລະຫວ່າງຊາດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ລຽບຕາມຊາຍແດນເຂົ້າໃຈຢ່າງເລິກເຊິ່ງ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນ.

ສຳລັບຕໍ່ໜ້າທັງສອງຝ່າຍຍັງຈະສືບຕໍ່ຮ່ວມມືສະກັດກັ້ນຕ້ານການລັກລອບເຂົ້າ-ອອກເມືອງ, ປັບປຸງກົນໄກແລກປ່ຽນຂໍ້ມູນຂ່າວສານໂດຍນຳໃຊ້ກຳລັງຄົນ, ອິນເຕີເນັດ ແລະ ສຶກສາອົບຮົມໃຫ້ເຂົາເຈົ້າຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ລະບຽບການເຂົ້າ-ອອກເມືອງ, ສະກັດກັ້ນກຸ່ມຄົນບໍ່ດີທີ່ລັກລອບຂົນສົ່ງ ແລະ ຊື້-ຂາຍຢາເສບຕິດປະເພດຕ່າງໆ, ຕ້ານການຊື້-ຂາຍເຄື່ອງປ່າຂອງດົງ, ຂາຍສັດນ້ຳ-ສັດປ່າທີ່ຫ່ວງຫ້າມ, ຄ້າ-ຂາຍອາວຸດເຖື່ອນ ແລະ ອື່ນໆໃຫ້ນັບມື້ຫລຸດນ້ອຍຖອຍລົງເທື່ອລະກ້າວ.