ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂຳນັບຂອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ

ວັນທີ 4 ສິງຫາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ແອນຣິເກ ເອ ມານາໂລ (Enrique A Manalo) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2 ໃນວັນທີ 3-5 ສິງຫາ 2023.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ແອນຣິເກ ເອ ມານາໂລ ພ້ອມດ້ວຍພັນລະຍາ ແລະ ຄະນະໃນຄັ້ງນີ້ ພ້ອມທັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ, ຕະຫຼອດໄລຍະ 6 ທົດສະວັດຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 4 ມັງກອນ 1955 ສະແດງອອກຄື: ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ການພົວພັນຮ່ວມມືໃນຫຼາຍໆດ້ານ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ດ້ານປ້ອງກັນຊາດ ສອງຝ່າຍໄດ້ມີການຮ່ວມມືໃນການເຝິກອົບຮົມຕ່າງໆໃຫ້ແກ່ກໍາລັງປ້ອງກັນຊາດ ໂດຍສະເພາະແມ່ນການເຝິກອົບຮົມ, ກ່ຽວກັບການຊ່ວຍເຫຼືອໄພພິບັດ ການເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ, ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ກໍມີການຮ່ວມມືກັນຢ່າງເປັນປົກກະຕິ, ການຄ້າສອງຝ່າຍຂອງສອງປະເທດໃນ 6 ເດືອນຕົ້ນປີ 2023 ບັນລຸໄດ້ເຖິງ 29,8 ລ້ານໂດລາ ການລົງທຶນ ຂອງ ຟິລິບປິນ ແມ່ນຈັດຢູ່ໃນອັນດັບທີ 47 ຂອງການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ ສປປ ລາວ ການຮ່ວມດ້ານອື່ນໆ ເປັນຕົ້ນ ດ້ານວັດທະນະທໍາ-ສັງຄົມ ,ການສຶກສາ, ກະສິກໍາ ແລະ ການທ່ອງທ່ຽວ ກໍໄດ້ຮັບການຮັດແໜ້ນເປັນກ້າວໆ.
ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຝ່າຍຟິລິບປິນ ຊາບເຖິງການກະກຽມເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ແລະ ການກະກຽມເປີດປີທ່ອງທ່ຽວລາວ ໃນປີ 2024 ທີ່ຈະມາເຖິງນີ້ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານຟິລິບປິນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນຄັ້ງຜ່ານໆມາ ລວມເຖິງການຈະເປັນປະທານອາຊຽນໃນປີ 2024 ນີ້.
ທ່ານ ແອນຣິເກ ເອ. ມານາໂລ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ແລະ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຜົນຂອງກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ພ້ອມທັງສະແດງຄວາມເຫັນດີເປັນເອກະພາບ ຕໍ່ການຕີລາຄາສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ຟິລິບປິນ ແລະ ສປປ ລາວ ໃນໄລຍະຜ່ານມາ ແລະ ເຫັນດີໃຫ້ມີການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນດ້ານຕ່າງໆ, ໄດ້ສະແດງຄວາມຍິນດີໃນການສະໜັບສະໜູນ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້ ພ້ອມດຽວກັນໄດ້ນໍາເອົາຄວມຢື້ຢາມຖາມຂ່າວ ຂອງ ພະນະທ່ານ ເຟີດີນານ ມາກອດ ຈູເນຍ (H.E. Ferdinand Marcos Jr) ປະທານາທິບໍດີ ແຫ່ງ ສ ຟິລິບປິນ ສົ່ງເຖິງ ພະນະທ່ານ ສອນໄຊ ສີພັນດອນ ພ້ອມທັງຄໍາເຊື້ອເຊີນໄປຢ້ຽມຢາມ ຟິລິບປິນ ໃນເວລາອັນເໝາະສົມ.
ໃນຕອນທ້າຍ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ທ່ານ ເຟີດີນານ ມາກອດ ຈູເນຍ. ແລະ ຍັງຝາກຄວາມຢື້ຢາມຖາມຂ່າວ ຂອງທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ຂອງຕົນ ໄປຍັງ ທ່ານ ເຟີດີນານ ມາກອດ ຈູເນຍ ແລະ ຫວັງວ່າຈະໄດ້ພົບປະກັບທ່ານ ໃນໂອກາດທີ່ຈະເດີນທາງຢ້ຽມຢາມທາງການ ທີ່ຟິລິບປິນ ຫຼື ໃນໂອກາດເຂົ້າຮ່ວມກອງປະຊຸມອາຊຽນ ແລະ ສາກົນອື່ນໆ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໃກ້ຊິດ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

