ໄຂກອງປະຊຸມຄັ້ງທີ 28 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

ກອງປະຊຸມຄັ້ງທີ 28 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນໄປໃນຕອນເຊົ້າວັນທີ 13 ທັນວາ 2023ນີ້, ທີ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດ ຫວຽດນາມ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນການສະຫລຸບ, ຖອດຖອນບົດຮຽນຂອງກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ປະກອບຄຳເຫັນກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມ ຂອງສະພາແຫ່ງຊາດຈະມາເຖິງ, ຈະພິຈາລະນາ 19 ເນື້ອໃນສຳຄັນ, ສຸມໃສ່ 5 ໝວດບັນຫາ.

ໄດ້ຈັດກອງປະຊຸມຄັ້ງທີ 28 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ແບ່ງເປັນ 2 ຄັ້ງຄື: ຄັ້ງທຳອິດ ໃນວັນທີ 13 – 14 ທັນວາ ຊຶ່ງຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການສະຫລຸບ, ຖອດຖອນບົດຮຽນຂອງກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ປະກອບຄຳເຫັນກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມ ຂອງສະພາແຫ່ງຊາດທີຈະມາເຖິງ, ປຶກສາຫາລືບາງເນື້ອໃນສຳຄັນຄື: ວາງແຜນເຄືອຂ່າຍໄຟຟ້າແຫ່ງຊາດ, ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການນຳໃຊ້ທົດລອງບາງກົນໄກ, ນະໂຍບາຍສະເພາະເພື່ອຜັນຂະຫຍາຍ 3 ໂຄງການຈຸດໝາຍແຫ່ງຊາດ, ເນື້ອໃນກ່ຽວກັບການເງິນ – ງົບປະມານທີ່ຍັງເຫຼືອ ແລະ ຂຶ້ນກັບສິດອຳນາດຂອງສະພາແຫ່ງຊາດ. ສ່ວນ ຄັ້ງທີ 2 ຈະດຳເນີນໄປໃນວັນທີ 18 ທັນວາ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ ຮັບຮອງເອົາບັນດາໂຄງການດຳເນີນງານໃນປີໜ້າຂອງບັນດາກຳມາທິການສະພາແຫ່ງຊາດ, ປະກອບຄຳເຫັນ, ພິຈາລະນາສະເໜີເພີ່ມເຕີມບາງຮ່າງກົດ ໝາຍເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັ ແລະ ບັນຫາອື່ນອີກຈຳນວນໜຶ່ງ.