ມີຜູ້ເສຍຊີວິດແລ້ວ 1 ຄົນ ຈາກວິກິດການເມືອງຢູ່ສີລັງກາ
ຄວາມຂັດແຍ່ງທາງການເມືອງພາຍໃນສີລັງກາ ເຊິ່ງມີສາເຫດຈາກກໍລະນີປະທານາທິບໍດີໄລ່ນາຍົກລັດຖະມົນຕີອອກຈາກຕຳແໜ່ງ ເລີ່ມລຸກລາມເປັນການປະທະກັນ ລະຫວ່າງ ຜູ້ສະໜັບສະໜູນກຸ່ມການເມືອງຕ່າງຝ່າຍ ມີຜູ້ເສຍຊີວິດແລ້ວ 1 ຄົນ.
When Arjuna Ranatunga tried to enter his office at the state-run Ceylon Petroleum Corporation, his official security guard shot one and injured two othershttps://t.co/wELjqr4LgD
— The Indian Express (@IndianExpress) October 28, 2018
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານຕຳຫລວດນະຄອນຫລວງໂກລຳໂບລາຍງານໃນວັນທີ 28 ຕຸລາວ່າ: ເກີດເຫດປະທະລະຫວ່າງປະຊາຊົນກຸ່ມໜຶ່ງ ກັບເຈົ້າໜ້າທີ່ຮັກສາຄວາມປອດໄພຂອງທ່ານ ອາຈູນາ ຣານາຕຸງຄະ ອະດີດລັດຖະມົນຕີກະຊວງນ້ຳມັນ ເຊິ່ງປະທານາທິບໍດີ ໄມຕຣີປາລະ ສິຣິເສນາ ຫາກໍສັ່ງໄລ່ອອກຈາກຕຳແໜ່ງ ໂດຍທ່ານ ຣານາຕຸງຄະ ພະຍາຍາມເຂົ້າມາບໍລິເວນສຳນັກງານບໍລິສັດ ຊີລອນ ປິໂຕຣລ້ຽມ, ແຕ່ຖືກຝ່າຍຕໍ່ຕ້ານຂັດຂວາງໄວ້ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງອະດີດລັດຖະມົນຕີຍິງປືນໃສ່ຊາຍໄວ 34 ປີຄົນໜຶ່ງເສຍຊີວິດ.
ເຫດການດັ່ງກ່າວຖືເປັນຄວາມຮຸນແຮງທີ່ເກີດຂຶ້ນເທື່ອທຳອິດ ທ່າມກາງວິກິດລັດຖະທຳມະນູນຄັ້ງໃໝ່ຂອງສີລັງກາ ຈາກກໍລະນີທີ່ທ່ານ ສິຣິເສນາ ໄລ່ທ່ານ ຣານິລ ວິກຳສິງເຫ ອອກຈາກຕຳແໜ່ງນາຍົກລັດຖະມົນຕີ ພ້ອມຄະນະລັດຖະບານທັງໝົດ ໃນອາທິດຜ່ານມາ ໂດຍແຕ່ງຕັ້ງອະດີດປະທານາທິບໍດີ ມະຫິນທາ ຣາປັກສາ ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່.
ເຖິງຢ່າງໃດກໍຕາມ, ທ່ານ ວິກຳສິງເຫ ຢືນຢັນວ່າ: ຍັງຄົງເປັນນາຍົກລັດຖະມົນຕີ “ຕາມກົດໝາຍ” ແລະ ພັກແນວຮ່ວມແຫ່ງຊາດ (UNP) ຂອງທ່ານ ເຊິ່ງເປັນສ່ວນໜຶ່ງຂອງແນວຮ່ວມແຫ່ງຊາດເພື່ອທຳມາພິບານ (UNFGG). ສ່ວນທ່ານ ກາຣູ ຈາຍະສຸຣິຍາ ປະທານສະພາຜູ້ແທນລາຊະດອນ ປະກາດຮັບຮອງທ່ານ ວິກຳສິງເຫ ໃນຖານະນາຍົກລັດຖະມົນຕີ, ແຕ່ທ່ານ ຣາປັກສາ ປະກາດວ່າ: ທ່ານຈະຈັດຕັ້ງ “ລັດຖະບານສະເພາະການ”.

