ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເຂົ້າເຮ່ວມ ແລກປ່ຽນບົດຮຽນການຄຸ້ມຄອງການຫັນສື່ມວນຊົນເປັນດີຈີຕອນ

ວັນທີ 7 ທັນວາ 2023 ນີ້  ທ່ານ ສະຫວັນຄອນ ຣາຊະມູນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຳມະນາ ສື່ມວນຊົນສາກົນ “ການຄຸ້ມຄອງສື່ມວນຊົນດີຈີຕອນ: ທິດສະດີ, ພຶດຕິກຳຕົວຈິງ, ບົດຮຽນປະສົບການຢູ່ພາກພື້ນ ອາຊຽນ” ຢູ່ຮ່າໂນ້ຍ ສສ ຫວຽດນາມ ເຊິ່ງຈັດໂດຍສະມາຄົມນັກຂ່າວ ຫວຽດນາມ  ມີ 7 ຄະນະຜູ້ແທນສາກົນ ທີ່ມາຈາກສະຫະພັນນັກຂ່າວ ອາຊຽນ ລວມມີ: ລາວ, ກຳປູເຈຍ, ໄທ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ສິງກະໂປ ເຂົ້າຮ່ວມ.

ກອງປະຊຸມສຳມະນາຄັ້ງນີ້ ເພື່ອແນໃສ່ເຊື່ອມຕໍ່, ແລກປ່ຽນແບ່ງປັນຄວາມຮູ້, ບົດຮຽນແລະປະສົບການ ໃນການຫັນເປັນດີຈີຕອນໃນດ້ານສື່ມວນຊົນ ລະຫວ່າງບັນດາປະເທດ ອາຊຽນ, ປະກອບ ສ່ວນສ້າງມາດຕະກໍ່ສ້າງບັນດາອົງການສື່ມວນຊົນຕາມທິດເປັນມືອາຊີບ, ມະນຸດສາດ, ທັນສະໄໝ; ປ່ຽນແປງໃໝ່ວິທີການສຳຜັດຂອງຜູ້ອ່ານຢ່າງມີປະສິດທິຜົນ, ສ້າງແຫຼ່ງລາຍຮັບໃໝ່, ຊຸກຍູ້ການພັດທະນາຂະແໜງອຸດສາຫະກຳເນື້ອໃນດີຈີຕອນ.

ທ່ານ ຫງວຽນແທັງເລິມ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມກ່າວເນັ້ນໜັກວ່າ: ບັນດາອົງການສື່ມວນຊົນ ຂອງບັນດາປະເທດສະມາຊິກອາຊຽນ ຍິ່ງກ່ວາເວລາໃດໝົດ ພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດໃນການສືບຕໍ່ຢັ້ງຢືນບົດບາດອອກແຫຼ່ງຂ່າວທາງການ, ກຳນົດທິດໃຫ້ແກ່ປະຊາຄົມ, ມະຫາຊົນ, ມອບສິດໃຫ້ແກ່ປະຊາຊົນ, ເພື່ອປະຕິບັດໄດ້ບົດບາດໜ້າທີ່ອັນສູງສົ່ງນັ້ນ ໃນໂລກທີ່ມີທັງຂ່າວທາງການ ແລະ  ຂ່າວປອມ ໃນອິນເຕີແນັດ. ພວກເຮົາບໍ່ສາມາດເຮັດໄດ້ສິ່ງນັ້ນ ດ້ວຍຕົນເອງໄດ້.