ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ຊຸດໃໝ່

ໃນວັນທີ 25 ພະຈິກນີ້, ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ປ່ອນບັດຄັດເລືອກເອົາ ສະຫາຍ ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ ແລະ ສະຫາຍ ນາງ ຂັນທະລີ ສິຣິພົງພັນ ເປັນເລຂາ ແລະ ຮອງເລຂາຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX, ໄດ້ປະກາດຜົນການເລືອກຕັ້ງຄະນະບໍລິຫານງານພັກກະຊວງຊຸດໃໝ່ຄື:

#ຄະນະປະຈຳພັກກະຊວງ:
- ສະຫາຍ ຮສ ປອ ພຸດ ສິມມາລາວົງ
- ສະຫາຍ ນາງ ຂັນທະລີ ສິຣິພົງພັນ
- ສະຫາຍ ນາງ ສີສຸກ ວົງວິຈິດ
- ສະຫາຍ ປອ ບຸນປັນ ໄຊມຸນຕຣີ
- ສະຫາຍ ນາງ ວຽງແກ້ວ ພົມມະວົງ
- ສະຫາຍ ປອ ສຳລານ ພັນຄະວົງ
- ສະຫາຍ ອຸດົມ ພອນຄຳເພັງ
#ຄະນະເລຂາບໍລິຫານງານພັກ:
- ສະຫາຍ ຮສ ປອ ພຸດ ສິມມາລາວົງ ເປັນເລຂາ
- ສະຫາຍ ນາງ ຂັນທະລີ ສິຣິພົງພັນ ເປັນຮອງ
#ຄະນະກວດກາ:
- ສະຫາຍ ປອ ສຳລານ ພັນຄະວົງ ເປັນປະທານ
- ສະຫາຍ ບຸນມີ ຈັນທະອຸດົມ ເປັນຮອງ
- ສະຫາຍ ຮຸ່ງເພັດ ຈັນທະວົງ
- ສະຫາຍ ອິນທະວົງ ມະນີທອງ.

