ການນຳແຂວງອັດຕະປື ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນ ວັນຊາດ ຄົບຮອບ 48 ປີ

ວັນທີ 1 ທັນວາ 2023 ການນຳພັກ-ລັດ ຂອງແຂວງອັດຕະປື, ນຳໂດຍສະຫາຍ ວັນທອງ ກອງມະນີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ພ້ອມດ້ວຍບັນດາຄະນະນໍາຂອງແຂວງ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ດາວແດງ ແລະ ເຂົ້າວາງກະຕ່າດອກໄມ້ຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ  ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫຼື ວັນຊາດທີ 2 ທັນວາ ຄົບຮອບ 48 ປີ (ວັນທີ 2 ທັນວາ 1975-2 ທັນວາ 2023) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (ວັນທີ 13 ທັນວາ 1920-13 ທັນວາ 2023).
ສໍາລັບການວາງພວງມາລາ ທີ່ອະນຸສາວະລີນັກຮົມນິລະນາ ດາວແດງ ໃນຄັ້ງນີ້ ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນໍາພາ-ຊີ້ນຳ ຂອງພັກ ປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດເອກະລາດ, ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975.
ໃນໂອກາດດຽວກັນ, ຄະນະດັ່ງກ່າວ ກໍໄດ້ໄປວາງກະຕ່າດອກໄມ້ ຢູ່ຕໍ່ໜ້າອະນຸສອນສະຖານປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ປະທານ ໄກສອນ ພົມວິຫານ ທີ່ໄດ້ສຸມສະຕິປັນຍາ ເຂົ້າໃນການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານ ຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ໄກສອນ ພົມວິຫານ ແມ່ນໄດ້ຈາລຶກໃນຄວາມຊົງຈຳ ຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ.
อาจเป็นรูปภาพของ 13 คน, วัด และ ข้อความ