ແຂວງບໍລິຄຳໄຊ ກຽມປະກາດວັດພະບາດໂພນສັນເປັນມໍລະດົກແຫ່ງຊາດ ຢ່າງເປັນທາງການ

ທ່ານ ສົນທອງ ວິບຸນກວ້າງ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ລາຍງານວ່າ: ງານບຸນນະມັດສະການພະບາດໂພນສັນ ປະຈຳປີ 2024 ທີ່ຈະມາເຖິງນີ້ເປັນອີກໜຶ່ງໃນກິດຈະກຳລະດັບຊາດຂອງປີທ່ອງທ່ຽວລາວ ເຊິ່ງຈະຈັດຂຶ້ນໃນວັນທີ 22 – 25 ມັງກອນ 2024 ພ້ອມທັງຈະປະກາດວັດພະບາດໂພນສັນເປັນມໍລະດົກແຫ່ງຊາດ ຢ່າງເປັນທາງການ.
ງານບຸນນະມັດສະການວັດພະບາດໂພນສັນ ຈະມີກິດຈະກຳງານຕະຫລາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າຕ່າງໆດັ່ງທີ່ເຄີຍດຳເນີນມາເປັນປົກກະຕິ; ຈະໄດ້ປະກາດວັດພະບາດໂພນສັນ ເປັນມໍລະດົກແຫ່ງຊາດ (ຈາກມໍລະດົກລະດັບທ້ອງຖິ່ນເປັນມໍລະດົກລະດັບຊາດ); ຈັດກິດຈະກຳຕິດພັນກັບປີທ່ອງທ່ຽວລາວ-ທ່ອງທ່ຽວບໍລິຄຳໄຊລະດັບຊາດ ຢູ່ໃນທ້ອງຖິ່ນ. ໃນນັ້ນ, ຈະມີການປະກວດເພງ, ສະແດງສິລະປະພື້ນເມືອງ ແລະ ງານເດີນແບບຊຸດບັນດາເຜົ່າພາຍໃນແຂວງ.
ປັດຈຸບັນແຂວງບໍລິຄຳໄຊ ມີແຫລ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີແລ້ວ 102 ແຫ່ງ, ໃນປີທ່ອງທ່ຽວລາວ. 2024 ທີ່ຈະມາເຖິງກໍຈະມີຫລາຍກິດຈະກຳ ນຳສະຫລອງສ້າງຄວາມປະທັບໃຈໃຫ້ແຂກຄົນທີ່ຢ້ຽມຢາມເນື່ອງ ໃນນັ້ນ, ມີ 1 ກິດຈະກຳລະດັບຊາດ ພ້ອມດ້ວຍກິດຈະກຳອື່ນໆທີ່ຕິດພັນກັບວັດທະ ນະທຳທ້ອງຖິ່ນທີ່ເຄີຍປະຕິບັດມາ ເຊັ່ນ: ບຸນປີໃໝ່ລາວຈະຈັດຂຶ້ນໃນເດືອນເມສາ 2024 ທີ່ເມືອງບໍລິຄັນ; ງານບຸນບັ້ງໄຟໃຫຍ່ ບ້ານຫ້ວຍອຸດົມ ຈະຈັດຂຶ້ນໃນ ເດືອນມິຖຸນາ 2024 ຢູ່ເມືອງປາກຊັນ; ບຸນອອກພັນສາ ປະວໍລະນາ (ປາກົດການບັ້ງໄຟພະຍານາກ) ວັດໂພນສັນ ຈະຈັດຂຶ້ນ ໃນ ເດືອນຕຸລາ ທີ່ເມືອງທ່າພະຍາດ; ບຸນວັດທາດພູວຽງ ຈະຈັດຂຶ້ນໃນ ເດືອນທັນວາ ທີ່ເມືອງວຽງທອງ ແລະ ອື່ນໆ.

