ສຶກສາອົບຮົມ ເຈົ້າຂອງຮ້ານກິນດື່ມ 15 ຮ້ານທີ່ແອບແຝງຄ້າປະເວນີ

ຂ່າວປກສ ແຂວງບໍລິຄຳໄຊ ລາຍງານວ່າ: ວັນທີ 28 ພະຈິກ 2023 ຜ່ານມານີ້ ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄຳໄຊ ລົງເຄື່ອນໄຫວກວດກາ ຮ້ານກິນດື່ມ ທີ່ມີລັກສະນະແອບແຝງການຄ້າປະເວນີ ຢູ່ເທສະບານເມືອງປາກຊັນ ພົບເຫັນ 15 ຮ້ານ, ມີສາວບໍລິການ 32 ຄົນ, ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວເຈົ້າຂອງຮ້ານ ແລະ ສາວບໍລິການມາສຶກສາອົບຮົມ.

ນອກນັ້ນ, ຍັງໄດ້ສ້າງບົດບັນທຶກກັບສາວບິການ ແລະ ຜູ້ປະກອບການຮ້ານຈຳນວນດັ່ງກ່າວໃຫ້ຢຸດເຊົາການບໍລິການຄ້າປະເວນີຢູ່ຮ້ານຂອງຕົນ, ພ້ອມທັງສົ່ງສາວບໍລິການທັງໝົດກັບຄືນສູ່ຄອບຄົວ ແລະ ຮຽກຮ້ອງໃຫ້ສາວບໍລິການທຸກຄົນພ້ອມກັນປ່ຽນແປງແນວຄິດ ແລະ ການກະທຳໃຫ້ດີຂຶ້ນ, ເອົາໃຈໃສ່ປະກອບອາຊີບທຳມາຫາກິນໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງບ້ານເມືອງ ແລະ ຮີດຄອງປະເພນີຂອງແມ່ຍິງລາວ.