ຈຳປາສັກ ມອບໃຫ້ ບໍລິສັດຮ່ວມພັດທະນາ ສີທັນດອນ ພັດທະນາແຫລ່ງທ່ອງທ່ຽວ ອຸທິຍານນ້ຳຕົກຕາດ ຄອນພະເພັງ ແລະ ອຸທິຍານນ້ຳຕົກຕາດ ສົມພະມິດ

ວັນທີ 11 ຕຸລາ 2022 ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີມອບ-ຮັບແຫລ່ງທ່ອງທ່ຽວອຸທິຍານນ້ຳຕົກຕາດ ຄອນພະເພັງ ແລະ ອຸທິຍານນ້ຳຕົກຕາດ ສົມພະມິດ ລະຫວ່າງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ກັບ ທ່ານ ລີຊຽງ (LI XIANG) ປະທານບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ເພື່ອໃຫ້ບໍລິສັດດັ່ງກ່າວ ເປັນຜູ້ພັດທະນາ.
ໃນພິທີ, ຜູ້ຕາງໜ້າບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ໄດ້ລາຍງານກ່ຽວກັບໜ້າວຽກຕ່າງໆທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດ ພາຍຫລັງທີ່ໄດ້ເຂົ້າພັດທະນາໃນ 2 ແຫລ່ງທ່ອງທ່ຽວດັ່ງກ່າວ ກໍຄື ໜ້າວຽກຈຸດສຸມທີ່ໄດ້ກຳນົດເປັນ 4 ໄລຍະຄື: ໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ ແມ່ນຈະໄດ້ມີການປັບປຸງສິ່ງອຳນວຍຄວາມສະດວກຕ່າງໆທີ່ເປ່ເພ ກັບມານຳໃຊ້ໄດ້ເປັນປົກກະຕິ; ເນື້ອທີ່ 51 ເຮັກຕາ ກຳນົດເປັນບ່ອນຈອດລົດສຳລັບແຂກຮ້ານອາຫານ, ໂຮງແຮມ ແລະ ສິ່ງອຳນວຍຄວາມສະດວກຄົບຊຸດ ຄາດຄະເນຈະນຳໃຊ້ທຶນ ທັງໝົດ 500.000 ໂດລາສະຫະລັດ, ສາມາດຮັບນັກທ່ອງທ່ຽວໄດ້ 5.000 ຄົນຕໍ່ມື້; ໄດ້ສຳເລັດການບຸກເບີກເນື້ອທີ່ 125 ເຮັກຕາ ເພື່ອສ້າງເປັນສວນສະໜຸກ, ຫໍພິພິທະພັນ, ຫໍວິທະຍາສາດ ແລະ ເຮືອນພັກ ຊຶ່ງໂຄງການເຫລົ່ານີ້ ແມ່ນຢູ່ໃນຂັ້ນຕອນຫານັກລົງທຶນ.
ພ້ອມກັນນີ້, ຍັງຈະໄດ້ຈະໄດ້ຍົກລະດັບໃຫ້ພະນັກງານ ທີ່ຮັບເຂົ້າມາເຮັດວຽກກັບໂຄງການ ເປັນຕົ້ນ ຝຶກທັກສະ ແລະ ສອນພາສາຕ່າງປະເທດ ເຮັດໃຫ້ສາມາດສື່ສານໄດ້ເປັນພາສາອັງກິດ ແລະ ພາສາຈີນ, ສ້າງໃຫ້ເປັນນັກຮັບຕ້ອນທີ່ດີ, ແມ່ບ້ານທີ່ດີ ແລະ ນັກປະສົມເຄື່ອງດື່ມທີ່ຊໍານານ ເພື່ອໃຫ້ແຂກ ກໍຄື ນັກທ່ອງທ່ຽວເພິ່ງພໍໃຈ ແລະ ປະທັບໃຈກັບການບໍລິການ.