ຫາລືກຽມແຜນການສ້າງ ປັບປຸງກົດໝາຍ 2024 ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ເທື່ອທີ 8 ຂອງສະພາແຫ່ງຊາດ

ວັນທີ 23 ພະຈິກ 2023, ກຳມາທິການກົດໝາຍ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ກະກຽມແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2024 ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ.

ທ່ານ ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ວ່າ: ປະຕິບັດຕາມກົດໝາຍວ່າດ້ວຍການສ້າງນິຕິກໍາ ສະບັບເລກ 06/ສພຊ, ລົງວັນທີ 16 ພະຈິກ 2021 ມາດຕາ 28 ກ່ຽວກັບການພິຈາລະນາແຜນການສ້າງ ແລະ ປັບປຸງກົດໝາຍ, ກໍາມາທິການກົດໝາຍ ຈຶ່ງໄດ້ສົມທົບກັບກຳມາທິການ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ຈັດກອງປະຊຸມໃນຄັ້ງນີ້ຂຶ້ນ ເພື່ອປຶກສາຫາລື ແລະ ກະກຽມແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2024 ເຊິ່ງມີຄວາມຈຳເປັນຕ້ອງໄດ້ ປຶກສາຫາລື ແລະ ຂໍການຢັ້ງຢືນຄວາມກຽມພ້ອມ ຂອງບັນດາຮ່າງກົດໝາຍສະບັບຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງບັນດາກະຊວງ, ອົງການກ່ອນ ບົນພື້ນຖານຂອງຮ່າງກົດໝາຍ ທີ່ໄດ້ກຳນົດໄວ້ໃນແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ສະບັບເລກທີ 02/ຄປຈ, ລົງວັນທີ 28 ທັນວາ 2022 ຈໍານວນ 26 ສະບັບ, ສ້າງໃໝ່ 8 ສະບັບ, ປັບປຸງ 18 ສະບັບ ໂດຍຈັດແບ່ງໃສ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຈຳນວນ 13 ສະບັບ, ສ້າງໃໝ່ 5 ສະບັບ, ປັບປຸງ 8 ສະບັບ ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຈຳນວນ 13 ສະບັບ, ສ້າງໃໝ່ 3 ສະບັບ, ປັບປຸງ 10 ສະບັບ ແລະ ຍັງມີຮ່າງກົດໝາຍ ທີ່ເລື່ອນມາຈາກກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ ເທື່ອທີ 6 ຈຳນວນ 8 ສະບັບ ເຊິ່ງລວມແລ້ວມີຮ່າງກົດໝາຍ ທັງໝົດ 34 ສະບັບ ທີ່ຈະນຳເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ເຫັນວ່າເປັນຈຳນວນທີ່ຫລາຍເກີນໄປ ອີງຕາມໄລຍະເວລາ ແລະ ຈຳນວນກົດໝາຍນັ້ນ ອາດເຮັດໃຫ້ບໍ່ສາມາດນຳເອົາຮ່າງກົດໝາຍ ເຂົ້າພິຈາລະນາຮັບຮອງໄດ້ທັງໝົດ ເນື່ອງຈາກວ່າໃນທ້າຍປີ 2024 ສະພາແຫ່ງຊາດ ໄດ້ເປັນເຈົ້າພາບກອງປະຊຸມໃຫຍ່ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໃນປີ 2024. ຄາດຄະເນວ່າຮ່າງກົດໝາຍ ທີ່ສັບຊ້ອນເຂົ້າໃນກອງປະຊຸມສະໄໝສາມັນ ແຕ່ລະເທື່ອນັ້ນ ແມ່ນ ບໍ່ໃຫ້ເກີນ 10 ສະບັບ, ສ່ວນທີ່ເຫລືອນັ້ນ ສະເໜີໃຫ້ເລື່ອນໄປໃສ່ສະພາແຫ່ງຊາດ ຊຸດທີ X, ທັງນີ້ ກໍເພື່ອໃຫ້ການສ້າງ ແລະ ປັບປຸງກົດໝາຍ ມີຄຸນນະພາບ ໂດຍບໍ່ແລ່ນນຳປະລິມານຫລາຍເກີນໄປ.