ເລັ່ງປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ ພະນັກງານບໍານານ, ທະຫານຊາຍແດນ ທີ່ຊ່ວຍສອນໂຮງຮຽນຂາດຄູສອນ 4 ພັນກວ່າຄົນ

ຕາມບົດລາຍງານຂອງກົມຈັດຕັ້ງ ແລະ ພະນັກງານ ແລະ ກົມການເງິນ ໃນກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈຳປີ 2023 ໃນວັນທີ 7 ມັງກອນ 2024, ກ່ຽວກັບການປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ, ພະນັກງານບໍານານ ແລະ ທະຫານຊາຍແດນ ທີ່ສອນຊ່ວຍ ແມ່ນໄດ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດເປັນກ້າວໆມາ.

ພ້ອມກັນນີ້, ຍັງໄດ້ຄົ້ນຄວ້າສ້າງນິຕິກຳກ່ຽວກັບການປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ, ພະນັກງານບຳນານ ແລະ ທະຫານຊາຍແດນ ທີ່ສອນຊ່ວຍ ໂດຍສະເພາະແມ່ນ ສ້າງ (ຮ່າງ) ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ ສຳລັບຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາຂອງຂະແໜງການສຶກສາ ແລະ ກິລາ; ສ້າງ (ຮ່າງ) ຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍຕໍ່ພະນັກງານບຳນານ ແລະ ທະຫານຊາຍແດນ ທີ່ສອນຊ່ວຍ ໃນໂຮງຮຽນທີ່ຂາດຄູສອນ ສໍາລັບຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ; ສຳເລັດການເກັບກຳ ແລະ ສັງລວມ ຂໍ້ມູນສະຖິຕິຄູອາສາສະໝັກ, ພະນັກງານບຳນານ ແລະ ທະຫານຊາຍແດນ ເພື່ອຊ່ວຍສອນໂຮງຮຽນທີ່ຂາດຄູສອນ. ໃນນີ້, ຄູອາສາສະໝັກທັງໝົດ 4.586 ຄົນ, ພະນັກງານບຳນານ ຈຳນວນ 13 ຄົນ (ນະຄອນຫຼວງວຽງຈັນ ຈຳນວນ 12 ຄົນ, ໄຊຍະບູລີ 1 ຄົນ) ແລະ ທະຫານຊາຍແດນ ຈຳນວນ 9 ຄົນ (ແຂວງຄໍາມ່ວນ 5 ຄົນ, ແຂວງສະຫວັນນະເຂດ 4 ຄົນ).

ປັດຈຸບັນໄດ້ສົ່ງ (ຮ່າງ) ຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍ ແລະ ຂໍ້ມູນສະຖິຕິຄູອາສາສະໝັກ, ພະນັກງານບຳນານ ແລະ ທະຫານຊາຍແດນທີ່ສອນຊ່ວຍໃຫ້ກະຊວງການເງິນ ເພື່ອປັບປຸງດ້ານເນື້ອໃນໃຫ້ຄົບຖ້ວນ, ສົມບູນ ແລະ ພິຈາລະນາອະນຸມັດ; ປະສານສົມທົບກັບທະນາຄານພັດທະນາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການສະໜັບສະໜູນ ແລະ ມອບຮັບງົບປະມານໃນການປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ ແລະ ການປັບປຸງພື້ນຖານໂຄງລ່າງ ຈໍານວນ 24 ຕື້ກີບຕໍ່ປີ ໃນໄລຍະ 5 ປີ ໃນບັນດາແຂວງເປົ້າໝາຍ 6 ແຂວງ ຄື: ແຂວງຜົ້ງສາລີ, ຫົວພັນ, ໄຊສົມບູນ, ບໍລິຄຳໄຊ, ຈຳປາສັກ ແລະ ເຊກອງ. ນອກຈາກ 6 ແຂວງດັ່ງກ່າວ ແມ່ນນໍາໃຊ້ງົບປະມານຂອງລັດຖະບານ.