
ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ລາຍງານໃນວັນທີ 10 ພະຈິກ 2023 ວ່າ: ທິດທາງແຜນການ ແລະ ແຜນວຽກຈຸດສຸມໃນປີ 2024 ແຂວງຈະສືບຕໍ່ສ້າງສະພາບແວດລ້ອມທາງສັງຄົມ ໃຫ້ມີຄວາມສະຫງົບ, ມີຄວາມປອດໄພ ໃນການດຳລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນ; ສ້າງເງື່ອນໄຂອຳນວຍຄວາມສະດວກໃນການພັດທະນາ, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ; ສືບຕໍ່ປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານ 3 ສ້າງ; ຊຸກຍູ້ການສ້າງຖານການຜະລິດໃໝ່ ໃນຂົງເຂດອຸດສະຫະກຳ, ກະສິກຳ, ຫັດຖະກໍາ ແລະ ການບໍລິການ; ຊຸກຍູ້ສົ່ງເສີມການຜະລິດ ແລະ ສົ່ງເສີມການແປຮູບຜະລິດຕະພັນກະສິກໍາ, ສົ່ງເສີມວຽກງານຫັດຖະກໍາ ເຂົ້າໃນການພັດທະນາສິນຄ້າທ່າແຮງ ໃຫ້ກາຍເປັນສິນຄ້າໂອດັອບແຫ່ງຊາດ ຕາມພູມປັນຍາຊາວບ້ານ; ສູ້ຊົນເຮັດໃຫ້ມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ, ຂາຍຍ່ອຍ ແລະ ບໍລິການ) ເພີ່ມຂຶ້ນ; ສ້າງແຜນພັດທະນາການທ່ອງທ່ຽວ, ສົ່ງເສີມການສ້າງຕັ້ງ ແລະ ດໍາເນີນທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່; ເອົາໃຈໃສ່ຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ, ປະຕິບັດມາດຕະການປະຢັດຕ້ານການຟຸມເຟືອຍ, ອັດທຸກຊ່ອງຫວ່າງການຮົ່ວໄຫລຂອງລາຍຮັບ ດ້ວຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ປະຕິບັດມາດຕະການແກ້ໄຂບັນຫາຄວາມຫຍຸ້ງ ທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ແຂງແຮງ; ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ, ປະຕິບັດບັນດາຄາດໝາຍຕົວຊີ້ວັດຂົງເຂດສຶກສາ, ສາທາລະນະສຸກ ແລະ ແຮງງານສະຫວັດດີການ-ສັງຄົມ ເພື່ອເປັນກໍາລັງແຮງຂັບເຄື່ອນການພັດທະນາແຂວງ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ທ່ານເຈົ້າແຂວງເຊກອງ ໃຫ້ຮູ້ຕື່ມວ່າ: ການຄາດຄະເນໝົດປີ 2023 ເສດຖະກິດຂອງແຂວງຂະຫຍາຍຕົວ 5,5% ມູນຄ່າ ຈີດີພີ ເທົ່າກັບ 2.685 ຕື້ກີບ ສະເລ່ຍຕໍ່ຫົວຄົນໄດ້ 19,43 ລ້ານກີບ. ໃນນີ້, ຂະແໜງກະສິກໍາເພີ່ມຂຶ້ນ 4,95% ກວມເອົາ 36,72% ອຸດສາຫະກໍາເພີ່ມຂຶ້ນ 7,98% ກວມເອົາ 29,79% ແລະ ຂະແໜງບໍລິການເພີ່ມຂຶ້ນ 3,85% ກວມເອົາ 33,49% ຂອງ ຈີດີພີ; ການລົງທຶນປະຕິບັດໄດ້ 1.042,12 ຕື້ກີບກວມເອົາ 39,22% ຂອງ ຈີດີພີ; ການນໍາເຂົ້າສິນຄ້າ 8,97 ລ້ານໂດລາສະຫະລັດ ທຽບໃສ່ແຜນເທົ່າກັບ 28,37% ແລະ ການສົ່ງອອກປະຕິບັດໄດ້ 233,46 ລ້ານໂດລາສະຫະລັດ ທຽບໃສ່ແຜນເທົ່າກັບ 628,42% ໂດຍສ່ວນໃຫຍ່ແມ່ນກະແສໄຟຟ້າ, ຖ່ານຫີນ ແລະ ຜົນຜະລິດກະສິກໍາ.