ຈຳປາສັກ ແລະ ອັດຕະປື ຫາລືແຜນກິດຈະກໍາ ຄຸ້ມຄອງ ແລະ ຟື້ນຟູປ່າໄມ້ແບບຍືນຍົງ

ໜັງສືພິມຈໍາປາໃໝ່ ລາຍງານວ່າ: ວັນທີ 12 ພຶດສະພາ 2025 ນີ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ ແລະ ແຂວງອັດຕະປື ຮ່ວມກັບໂຄງການຄຸ້ມຄອງ ແລະ ຟື້ນຟູປ່າໄມ້ແບບຍືນຍົງ ປຶກສາຫາລືແຜນກິດຈະກໍາປູກປ່າ, ລາຍງານຜົນເກັບກໍາຂໍ້ມູນ ທ່າແຮງຜະລິດຕະພັນເຄື່ອງປ່າຂອງດົງ ແລະ ການສົ່ງເສີມການຜະລິດກະສິກໍາ – ປ່າໄມ້ແບບຍືນຍົງ ປະຈໍາປີ 2025 ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນຸລັກສັດປ່າໂລກ ຫຼື World Wide Fund for Nature (WWF). ໂດຍການເຂົ້າຮ່ວມຂອງທ່ານ ຄໍາເຜີຍ ບຸດໂທ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈໍາປາສັກ ພ້ອມດ້ວຍພກາສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ, ໄດ້ທົບທວນແຜນການຟື້ນຟູປ່າໂດຍລວມ ຂອງໂຄງການຄຸ້ມຄອງ ແລະ ຟື້ນຟູປ່າໄມ້ແບບຍືນຍົງ ແລະ ຜົນສໍາເລັດການຟື້ນຟູປ່າໃນປີທີ່ຜ່ານມາ.

– ນໍາສະເໜີ ຂໍ້ມູນພື້ນທີ່ ທີ່ເປັນທ່າແຮງໃນການຟື້ນຟູປ່າ ແລະ ການປູກປ່າ ສໍາລັບປີ 2025, ໃນນັ້ນ ການປູກປ່າເສີມ ໃຫ້ໄດ້ 100 ເຮັກຕາ, ສ່ວນເນື້ອທີ່ເຂດພື້ນຟູ່ປ່າ ທັງໝົດຮ່ວມກັບ 9 ບ້ານເປົ້າໝາຍຂອງໂຄງການ ໃຫ້ໄດ້ 4,441 ເຮັກຕາ ທັງໃນເຂດອຸທິຍານແຫ່ງຊາດ ເຊປຽນ ແລະ ດົງຫົວສາວ. ໂດຍອີງຕາມແຜນຈັດສັນທີ່ດິນ ແລະ ນໍາສະເໜີແຜນລົງສໍາຫຼວດພື້ນທີ່ຕົວຈິງ ສໍາລັບວາງແຜນກິດຈະກຳປູກປ່າ ໃນເຂດດັ່ງກ່າວ.

– ນໍາສະເໜີ ຂໍ້ມູນພາບລວມ ແລະ ຄວາມພ້ອມດ້ານເບ້ຍໄມ້ ຈາກສວນກ້າຊຸມຊົນ, ສວນກ້າຂອງອຸທິຍານ ແລະ ສວນກ້າຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະໂຍບາຍສວນກ້າຊຸມຊົນ, ນະໂຍບາຍສວນກ້າອຸທິຍານ ແລະ ສວນກ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ;

– ນໍາສະເໜີແຜນການຈັດງານປູກໄມ້ປະຈໍາປີ 2025 ຂອງແຕ່ລະເມືອງ ແລະ ປຶກສາຫາລືແຜນປູກໄມ້ສໍາລັບບ້ານເປົ້າໝາຍໂຄງການ, ແຜນການຄຸ້ມຄອງເຂດຟື້ນຟູປ່າ;

– ນໍາສະເໜີຫຍໍ້ ຜົນການເກັບກຳຂໍ້ມູນທ່າແຮງດ້ານການສົ່ງເສີມການຜະລິດກະສິກຳປ່າໄມ້ແບບຍືນຍົງ ແລະ ທ່າແຮງດ້ານການສົ່ງເສີມຜະລິດຕະພັນເຄື່ອງປ່າຂອງດົງໃນບ້ານເປົ້າໝາຍ. ຈາກນັ້ນ ກໍເປີດກວ້າງການສົນທະນາແລກປ່ຽນຄໍາເຫັນຕໍ່ຜົນການເກັບກຳຂໍ້ມູນ.

ທີ່ມາ: ໜັງສືພິມຈໍາປາໃໝ່