ຜູ້ຊ່ຽວຊານອາເມລິກາເຜີຍ 5 ອາຊີບທີ່ສ່ຽງບໍ່ມີວຽກເຮັດສູງສຸດໃນອີກ 7 ປີເພາະ AI

ຜູ້ຊ່ຽວຊານດ້ານເຕັກໂນໂລຊີບັນຫາປະດິດອ້າງວ່າ: ຫຸ້ນຍົນ “AI” ກໍາລັງຈະເຮັດໃຫ້ຄົນໃນບາງອາຊີບບໍ່ມີວຽກເຮັດໃນເວລາອັນໃກ້ ພ້ອມແນະນໍາທາງແກ້ໄຂ.

ສະຖາບັນແມກຄິນຊີ ໂກລບອນ ເຊິ່ງເປັນສະຖາບັນເຜີຍແພ່ຂໍ້ມູນ ແລະ ການວິເຄາະໃນຫົວຂໍ້ທາງເສດຖະກິດ ແລະ ທຸລະກິດທີ່ມີຄວາມສໍາຄັນລະດັບໂລກ ໄດ້ເຜີຍແພ່ລາຍງານເລື່ອງ Generative AI and the Future of work in America ໃນເດືອນກໍລະກົດຜ່ານມາ.

ລາຍງານດັ່ງກ່າວມີເນື້ອໃນກ່າວເຖິງຜົນກະທົບຕໍ່ວົງການອາຊີບຂອງຄົນອາເມລິກາເມື່ອເຕັກໂນໂລຊີບປັນຍາປະດິດ (AI) ເລີ່ມມີບົດບາດເພີ່ມຂຶ້ນໃນອະນາຄົດ ແລະ ຊີ້ວ່າພາຍໃນປີ 2030 ຈໍານວນ 30% ຂອງອາຊີບ ແລະ ຕໍາແໜ່ງໜ້າທີ່ວຽກງານຂອງຄົນອາເມລິກາທັງໝົດໃນຕອນນີ້ ຈະກາຍເປັນລະບົບການເຮັດວຽກແບບ “ອັດຕະໂນມັດ” ທີ່ບໍ່ຈໍາເປັນຕ້ອງຈ້າງມະນຸດເຮັດວຽກອີກຕໍ່ໄປ.

ທ່ານ ມາກ ໄມວິຊ ຜູ້ຊ່ຽວຊານດ້ານ AI ມີຊື່ສຽງຢູ່ອາເມລິກາ ເຊື່ອວ່າ: ຂໍ້ມູນ ແລະ ສະຖິຕິຈາກລາຍງານນີ້ບົ່ງຊີ້ວ່າ: ຫຸ້ນຍົນ AI ກໍາລັງຈະເຂົ້າມາແທນທີ່ມະນຸດໃນຕໍາແໜ່ງວຽກທີ່ໃຊ້ພຽງຄວາມຮູ້ພື້ນຖານ ຫລື ມີການເຄື່ອນໄຫວໃນຮູບແບບຊໍ້າຊາກ ແລະ ບໍ່ຄ່ອຍມີການປ່ຽນແປງ.

ທ່ານ ໄມວິຊ ອ້າງວ່າ: ໂດຍທ່ານເຊື່ອວ່າ ມີຕໍາແໜ່ງວຽກ 5 ຕໍາແໜ່ງທີ່ມີຄວາມສ່ຽງສູງສຸດວ່າຈະຖືກ AI ເຂົ້າມາແທນທີ່ໃນບໍ່ດົນຄື: ແຄັດເຊຍ ຫລື ພະນັກງານເກັບເງິນໜ້າເຄົາເຕີ, ພະນັກງານຂາຍສິນຄ້າທາງໂທລະສັບ, ຄົນຂັບລົດບັນທຸກ, ພະນັກງານບັນຊີ ແລະ ລັງສີແພດ.

ທ່ານ ໄມວິຊ ກ່າວວ່າ: ພະນັກງານແຄັດເຊຍໃນຮ້ານຄ້າ ແລະ ຊຸບເປີມາເກັດຕ່າງໆ ມີຄວາມສ່ຽງສູງທີ່ຈະຕົກງານ ເພາະຕອນນີ້ຫລາຍບໍລິສັດເຊັ່ນ: ອາເມຊອນອິງ ເລີ່ມລົງທຶນເຮັດຮ້ານສາຂາທີ່ໃຊ້ລະບົບອັດຕະໂນມັດ ແລະ ໃຫ້ຄວາມສໍາຄັນຕໍ່ການໃຊ້ລະບົບຄອມພິວເຕີຄວບຄຸມການເຮັດວຽກ.

ສ່ວນອາຊີບຄົນຂັບລົດບັນທຸກກໍາລັງຈະກໍາບາກ ເນື່ອງຈາກກະແສການໃຊ້ລົດບໍ່ມີຄົນຂັບເລີ່ມໄດ້ຮັບຄວາມສົນໃຈເພີ່ມຂຶ້ນເລື້ອຍໆ ເຊິ່ງບໍ່ພຽງສົ່ງຜົນກະທົບຕໍ່ອາຊີບຄົນຂັບລົດບັນທຸກເພື່ອຂົນສົ່ງສິນຄ້າຢູ່ອາເມລິກາເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບຕໍ່ອາຊີບຄົນຂັບລົດບັນທຸກໃນປະເທດຕ່າງໆທົ່ວໂລກ.

ສໍາລັບອາຊີບພະນັກງານບັນຊີນັ້ນ, ທ່ານ ໄມວິຊ ມີຄວາມເຫັນວ່າກໍາລັງຕົກຢູ່ໃນຄວາມສ່ຽງຈະກາຍເປັນອາຊີບຕົກຍຸກ ແລະ ຖືກ AI ເຂົ້າມາແທນບ່ອນ ເພາະອາຊີບທີ່ເປັນເລື່ອງຂອງການຈັດເກັບຂໍ້ມູນໃນຮູບແບບຊໍ້າໆນີ້ ສາມາດໃຊ້ລະບົບອັລກໍຣິທີມເຮັດໜ້າທີ່ແທນໄດ້.

ອາຊີບລັງສີແພດ ເຊິ່ງເປັນອາຊີບສະເພາະທາງ ແຕ່ຍັງສ່ຽງຕໍ່ການຖືກ AI “ຍາດ” ວຽກໄດ້ນັ້ນ, ທ່ານ ໄມວິຊ ໃຫ້ເຫດຜົນວ່າ: AI ໃນຕອນນີ້ມີຄວາມສາມາດຈະຮຽນຮູ້ຈາກລະບົບອັລກໍຣິທີມໄດ້ຢ່າງເລິກເຊິ່ງ ແລະ ບາງເຕັກໂນໂລຊີສາມາດເຮັດວຽກໄດ້ເທົ່າທຽມມະນຸດ ຫລື ອາດຈະລໍ້າໜ້າກວ່າ.

ທ່ານ ໄມວິຊ ຍັງໃຫ້ຄໍາແນະນໍາວ່າ: ຖ້າບໍ່ຕ້ອງການຖືກ AI ຍາດວຽກ, ມະນຸດຕ້ອງຫັນໄປໃຫ້ຄວາມສໍາຄັນຕໍ່ທັກສະທີ່ກ່ຽວຂ້ອງຕໍ່ການໃຊ້ຄວາມຄິດສ້າງສັນ, ການບໍລິຫານຈັດການອາລົມ, ຄວາມຮູ້ຈັກຍືດຍຸ່ນຕາມສະຖານະການ ແລະ ການໃຊ້ຄວາມຄິດໃນທາງກົນລະຍຸດ ເນື່ອງຈາກວຽກ ຫລື ອາຊີບທີ່ກ່ຽວຂ້ອງກັບການລະດົມສະໝອງເພື່ອຫາທາງແກ້ໄຂບັນຫາ, ການປະສານງານ ແລະ ສານສໍາພັນກັບຄົນ ລວມທັງການຕັດສິນໃຈໃນບັນຫາທີ່ມີຄວາມສັບຊ້ອນ ເຫລົ່ານີ້ຄືວຽກທີ່ AI ຮຽນແບບໄດ້ຍາກທີ່ສຸດ.